ທ່ານນາງຮອງປະທານປະເທດ Nguyen Thi Doan ມອບທຶນສຶກສາໃຫ້ແກ່ ເດັກທຸກຍາກຢູ່ເຂດໄຕງວຽນ

ທ່ານນາງຮອງປະທານປະເທດ Nguyen Thi Doan ມອບທຶນສຶກສາໃຫ້ແກ່   ເດັກທຸກຍາກຢູ່ເຂດໄຕງວຽນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ມອບທຶນ​ສຶກສາ
​ໃຫ້​ແກ່​ເດັກ​ທຸກ​ຍາກ​ຢູ່​ເຂດ​ໄຕ​ງວຽນ
ພາບ:internet


(vovworld) - ຕອນ​ເຊົ້າ​ວັນ​ທີ 28/10, ຢູ່ ນະ​ຄອນ Pleiku, ​ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ມອບ​ 700 ທຶນ​ສຶກສາລວມມູນ​ຄ່າ 2,1 ຕື້​ດົ່ງ​​ໃຫ້​ແກ່​ເດັກ​ທຸກ​ຍາກ​ຢູ່​ 5 ​ແຂວງ​​ໃນເຂດ​ໄຕ​ງວຽນຄື: Gialai, Daklak, Dacknong, Kontum ​ແລະ Lam Dong. ​ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເຫ​ນີ​ການ​ນຳ​ບັນດາ​ແຂວງ​ດ່ັງກ່າວ ​ແລະ ຂະ​ແຫນງ​ການ​ກ່ຽວຂ້ອງ​ຂຶ້ນ​ກັບ​​ເຂດ ​ໄຕ​ງວຽນ ຕ້ອງ​ເອົາ​ໃຈ​​ໃສ່​ເບິ່ງ​ແຍງ​ເດັກ​ທຸກ​ຍາກ​ກວ່າ​ອີກ. ສຸມ​​ແຫ​ລ່ງ​ເງິນ​ລົງທຶນ​ໃຫ້​ແກ່​ຂົງ​ເຂດ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ພວກ​ນ້ອງ​ໃນ​ເກັ່ນ​ອາຍຸ​ໄປ​ໂຮງຮຽນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ປາດ​ຖະຫນາ​ວ່າ ມີ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ນັບ​ມື້​ນັບ​ຫລາຍ​ຄົນຊ່ວຍ​ເຫລືອ​ເດັກ​ທຸກ​ຍາກ​​ເພື່ອ​ໃຫ້​ພວກ​ນ້ອງມີ​ກາລະໂອກາດ​ໄດ້​ໄປ​ໂຮງຮຽນ, ​ເປັນ​ຕົ້ນ​ແມ່ນ​​ເດັກນ້ອຍ​ຢູ່​ເຂດ​ຂົນ​ເຜົ່າ​ສ່ວນ​ຫນ້ອຍ. ​ ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຢືນຢັນ​ວ່າ:

        “ພັກ ​ແລະ ລັດ ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ສຶກສາ ​ແລະ ບຳລຸງ​ສ້າງ. ​ແຕ່ສຳລັບ 5 ​ແຂວງ ຢູ່ ​ເຂດ​ໄຕ​ງວຽນ, ບັນຫາ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ພວມແມ່ນ​ບັນຫາ​ທີ່​ຈ​ຳ​ເປັນ​ຢ່າງຮີບ​ດ່ວນ​. ພວກ​​ເຮົາ​ຄວນ​ຫລຸດຜ່ອນ​ບັນດາ​ກິດຈະກຳ​ກໍ່ສ້າງ​ທີ່​ບໍ່​ທັນ​ຈຳ​ເປັນ, ບັນດາ​ລາຍການ​ສອນ​ວິຊາ​ຊີບ​ທີ່​ບໍ່​ທັນ​ຈຳ​ເປັນ​ເພື່ອ​ສຸມ​ແຫ​ລ່ງທຶນ​ກໍ່ສ້າງ​ໂຮງຮຽນ​ໃຫ້​ພວກ​ຫລານ.“

 

 

ຂ່າວ/ບົດ​ອື່ນ