ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກວດກາວຽກງານເລືອກຕັ້ງຢູ່ແຂວງ ຊອັກຈັງ

(VOVWORLD) -ໃນວຽກງານກະກຽມ, ແຂວງ ຊອັກຈັງ ຄວນເອົາໃຈໃສ່ເຖິງການສ້າງບັນຊີລາຍຊື່, ປຶກສາຫາລື ເພື່ອຍົກອອກບັນດາຜູ້ສະໝັກຮັບເລືອກຕັ້ງມີເງື່ອນໄຂຢ່າງພຽງພໍ; ຮັບປະກັນໂຄງປະກອບໜຸ່ມ, ແມ່ຍິງ, ຊົນເຜົ່າ
ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກວດກາວຽກງານເລືອກຕັ້ງຢູ່ແຂວງ ຊອັກຈັງ - ảnh 1ທ່ານນາງຮອງປະທານປະເທດ, ຮອງປະທານສະພາເລືອກຕັ້ງແຫ່ງຊາດຫວຽດນາມ ດັ້ງທິງອັກທິ້ງ ໄດ້ລົງຕິດຕາມກວດກາວຽກງານກະກຽມໃຫ້ແກ່ການເລືອກຕັ້ງຢູ່ແຂວງ ຊອັກຈັງ
(ພາບ: TTXVN)

ຕອນບ່າຍວັນທີ 16 ມີນາ, ທ່ານນາງຮອງປະທານປະເທດ, ຮອງປະທານສະພາເລືອກຕັ້ງແຫ່ງຊາດຫວຽດນາມ ດັ້ງທິງອັກທິ້ງ, ພ້ອມກັບຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ແລະ ສະພາປະຊາຊົນເລືອກຕັ້ງແຫ່ງຊາດ ໄດ້ລົງຕິດຕາມກວດກາວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ຢູ່ແຂວງ ຊອັກຈັງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີວ່າ, ໃນວຽກງານກະກຽມ, ແຂວງ ຊອັກຈັງ ຄວນເອົາໃຈໃສ່ເຖິງການສ້າງບັນຊີລາຍຊື່, ປຶກສາຫາລື ເພື່ອຍົກອອກບັນດາຜູ້ສະໝັກຮັບເລືອກຕັ້ງມີເງື່ອນໄຂຢ່າງພຽງພໍ; ຮັບປະກັນໂຄງປະກອບໜຸ່ມ, ແມ່ຍິງ, ຊົນເຜົ່າ; ສ້າງ ແລະ ປະກາດບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ; ຈັດຕັ້ງໃຫ້ຜູ້ສະໝັກຮັບເລືອກຕັ້ງພົບປະກັບຜູ້ມີສິດເລືອກຕັ້ງ. ພ້ອມກັນນັ້ນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນໄລຍະກ່ອນທີ່ດຳເນີນການເລືອກຕັ້ງ, ໃນເວລາເລືອກຕັ້ງ ແລະ ພາຍຫຼັງການເລືອກຕັ້ງ, ຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

        ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບຂອງຂວັນທີ່ມີມູນຄ່າ 200 ລ້ານດົ່ງ ໃຫ້ເດັກປະສົບກັບຄວາມຫຍຸ້ງຍາກໃນແຂວງ ຊອັກຈັງ.

ຕອບກັບ

ຂ່າວ/ບົດ​ອື່ນ