ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອ​ັກ​ທິ້ງ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິ໊ງ

(VOVWORLD) - ລາງວັນ ວື່ອາຢິ໊ງເປັນລາງວັນມອບໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີການປະກອບສ່ວນຢ່າງສຸດອົກສຸດໃຈ ແລະ ມີບັນດາຜົນງານທີ່ພົ້ນເດັ່ນໃຫ້ແກ່ ປະຊາຊົນ ເຜົ່າສ່ວນໜ້ອຍຢູ່ເຂດພູດວຍ, ຊາຍແດນ ແລະ ໝູ່ເກາະ.
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອ​ັກ​ທິ້ງ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິ໊ງ - ảnh 1 ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງພົບປະກັບຄະນະຜູ້ແທນທີ່ໄດ້ຮັບລາງວັນ ວື່ອາຢິ໊ງ

ວັນທີ 21 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ພົບປະກັບຄະນະຜູ້ແທນທີ່ໄດ້ຮັບລາງວັນ ວື່ອາຢິ໊ງ, ເຊິ່ງເປັນລາງວັນມອບໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີການປະກອບສ່ວນຢ່າງສຸດອົກສຸດໃຈ ແລະ ມີບັນດາຜົນງານທີ່ພົ້ນເດັ່ນໃຫ້ແກ່ ປະຊາຊົນ ເຜົ່າສ່ວນໜ້ອຍຢູ່ເຂດພູດວຍ, ຊາຍແດນ ແລະ ໝູ່ເກາະ.

ກ່າວຄຳເຫັນທີ່ນີ້, ທ່ານນາງດັ້ງທິງອັກທິ້ງໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງ ກອງທຶນ ວື່ອາຢິ໊ງ; ພ້ອມທັງສະເໜີໃຫ້ກອງທຶນ ວື່ອາຢິ໊ງ ສືບຕໍ່ລະດົມທຶນ, ຊອກຫາຄວາມແບ່ງປັນຂອງບັນດາຜູ້ມີໃຈບຸນໃຈກຸສົນ, ບັນດາວິສາຫະກິດ, ອົງການຈັດຕັ້ງ, ບຸກຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດສຳລັບນັກຮຽນຊົນເຜົ່າທີ່ປະສົບຄວາມທຸກຍາກ, ທະວີຄູນບັນດາຮູບແບບ, ວິທີການປະດິດຄິດສ້າງເຂົ້າໃນການດຳລົງຊີວິດຕົວຈິງຂອງປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍເພື່ອຊ່ວຍເຫຼືອເດັກນ້ອຍບັນດາຊົນເຜົ່າ, ກໍ່ຄືປະກອບສ່ວນຕອບສະໜອງຄວາມຕ້ອງການແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ