ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີມອບທຶນສຶກສາ “ຮຽນບໍ່ມີສິ້ນສຸດ”

(VOVWORLD) - ໃນໂອກາດນີ້, ລວມມີ 144 ຄົນໄດ້ຮັບທຶນສຶກສາໃນນັ້ນມີນັກຮຽນ 98 ຄົນ ແລະ ຜູ້ໃຫຍ່ 46 ຄົນ.
ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີມອບທຶນສຶກສາ “ຮຽນບໍ່ມີສິ້ນສຸດ” - ảnh 1 (ພິທີມອບທຶນສຶກສາ)

ຕອນບ່າຍວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມສົ່ງເສີມການຮຽນຫວຽດນາມ ໄດ້ຈັດພິທີມອບທຶນສຶກສາ “ຮຽນບໍ່ມີສິ້ນສຸດ” ໃຫ້ບາງນ້ອງນັກຮຽນ ພ້ອມກັບຜູ້ໃຫຍ່ທີ່ມີຜົນງານດີເດັ່ນໃນການຮໍ່າຮຽນທີ່ມາຈາກ 20 ແຂວງ, ນະຄອນທາງພາກເໜືອ. ໃນໂອກາດນີ້, ລວມມີ 144 ຄົນໄດ້ຮັບທຶນສຶກສາໃນນັ້ນມີນັກຮຽນ 98 ຄົນ ແລະ ຜູ້ໃຫຍ່ 46 ຄົນ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຫວັງວ່າ, ຂະບວນການຮ່ຳຮຽນດັ່ງກ່າວສືບຈະຕໍ່ແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງກວ່າອີກ.

        “ເຖິງວ່າມີຄວາມແຕກຕ່າງກັນດ້ານອາຊີບ, ສະພາບຄອບຄົວກໍ່ຕາມ ແຕ່ບັນດາຜູ້ໄດ້ຮັບທຶນສຶກສາໃນມື້ນີ້ລ້ວນແຕ່ມີຈຸດລວມແມ່ນຕັ້ງໜ້າຮ່ຳຮຽນໃນຕົວຈິງ, ໃນປື້ມ, ໃນການອອກແຮງງານ… ເພື່ອບືນຕົວຂຶ້ນໃນການດຳລົງຊີວິດ ແລະ ເຮັດບັນດາວຽກງານທີ່ມີປະໂຫຍດຕໍ່ສັງຄົມ. ໃນນັ້ນມີບັນດາຄົນພິການແຕ່ຍັງແມ່ນບັນດານັກຮຽນອາຍຸນ້ອຍທີ່ມັກຮ່ຳຮຽນບືນຕົວຂຶ້ນ.”

        ແລະກໍ່ໃນວັນທີ 14 ມິຖຸນາ, ສູນໜູນຊ່ວຍນັກຮຽນ, ນັກສຶກສານະຄອນໂຮ່ຈີມິນ ກໍ່ໄດ້ຈັດພິທີມອບທຶນສຶກສາໃຫ້ແກ່ນັກຮຽນ, ນັກສຶກສາຜ່ານຜ່າຄວາມຫຍຸ້ງຍາກແຕ່ຮຽນເກັ່ງພາຍຫຼັງເຊື້ອໂຄວິດ- 19.

ຕອບກັບ

ຂ່າວ/ບົດ​ອື່ນ