ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໃຫ້ການຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ “ວັນນະຄະດີ ຫວຽດນາມ” ສາກົນ.

(VOVWORLD) -ກອງປະຊຸມຄັ້ງນີ້ເປັນໂອກາດເພື່ອເຕົ້າໂຮມ, ສາມັກຄີ, ສ້າງໂອກາດໃຫ້ແກ່ວັນນະຄະດີ ຫວຽດນາມ ກໍ່ຄືບັນດານັກປະພັນພາຍໃນປະເທດເຂົ້າເຖິງຫຼາຍຂົງເຂດຢ່າງ ກ້ວາງຂວາງ.
ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໃຫ້ການຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ “ວັນນະຄະດີ ຫວຽດນາມ” ສາກົນ. - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໃຫ້ການຕ້ອນຮັບຄະນະຜູ້ແທນ “ວັນນະຄະດີ ຫວຽດນາມ”

ຕອນເຊົ້າວັນທີ 18 ກຸມພາ, ທີ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນໂຄສະນາ “ວັນນະຄະດີ ຫວຽດນາມ” ຄັ້ງທີ 4 ແລະ ງານມະຫາກຳກາບກອນສາກົນຄັ້ງທີ 3. ທ່ານນາງ ດັ້ງທິຫງອກທິ້ງ ໄດ້ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ເປັນໂອກາດເພື່ອເຕົ້າໂຮມ, ສາມັກຄີ, ສ້າງໂອກາດໃຫ້ແກ່ວັນນະຄະດີ ຫວຽດນາມ ກໍ່ຄືບັນດານັກປະພັນພາຍໃນປະເທດເຂົ້າເຖິງຫຼາຍຂົງເຂດຢ່າງກ້ວາງຂວາງ, ມີຫຼາຍປະເທດເພື່ອແນໃສ່ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາ ວັນນະຄະດີສີລະປະຂອງ ຫວຽດນາມ ໃນສະພາບການໃໝ່. ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິງ ເນັ້ນໜັກວ່າ:

"ໃນຊຸມມື້ນີ້, ຊາວຫວຽດນາມ ໄດ້ສະແດງຄວາມພາກພູມໃຈເມື່ອໄດ້ເຫັນການບືນຕົວຂຶ້ນຂອງປະເທດຊາດ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ວັດທະນະທຳໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງ ຫວຽດນາມ ໄດ້ຖືກຍົກສູງຂຶ້ນໃນເວທີສາກົນຢ່າງບໍ່ຢຸດຢັ້ງ. ໃນນັ້ນມີສິ່ງມະຫັດສະຈັນໃນຊີວິດ ຖືກສະແດງອອກຜ່ານບັນດາບົດກາບກອນຂອງພວກເພື່ອນ. ທັງໝົດນັ້ນໄດ້ເຮັດໃຫ້ພວກຂ້າພະເຈົ້າມີການເຊື່ອໝັ້ນແບບຍືນຍົງຕໍ່ບັນດາສິ່ງທີ່ດີງານໃນຊີວິດ, ເຖິງແມ່ນວ່າພວກເຮົາຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍ ແລະ ການນາບຂູ່ຈາກສົງຄາມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມາຊາດ…"

ຕອບກັບ

ຂ່າວ/ບົດ​ອື່ນ