ທ່ານນາງຮອງປະທານປະເທດ ຢ້ຽມຢາມນະຄອນ ພະນົມ ຂອງໄທ

ທ່ານນາງຮອງປະທານປະເທດ ຢ້ຽມຢາມນະຄອນ ພະນົມ ຂອງໄທ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan
ພົບ​ປະ​ກັບ​​ຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ໃນ​​ບັນດາແຂວງ​ໃກ້​ຄຽງ​
( ພາບ: xaluan.com )


( vovworld ) -   ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ໄທ, ຕອນ​ເຊົ້າ​ວັນ​ທີ 23/6, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ພ​້ອມກັບ​ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ ​​ໄດ້​ໄປ​ຮອດນະຄອນ ພະ​ມົນ ຢ້ຽມຢາມ​ບ້ານ​ມິດຕະພາບ​ຫວຽດນາມ - ​ໄທ, ​ເຂດ​ປູຊະນີຍະສະຖານ​ປະທານ​ໂຮ່ຈິ​ມິນ ​ແລະ ພົບ​ປະ​ກັບ​​ຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ໃນ​​ບັນດາແຂວງ​ໃກ້​ຄຽງ​. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້ສະ​ແດງຄວາມມ່ວນ​ຊື່ນ​ເມື່ອ​ເຫັນ​ວ່າ ນະຄອນ ພະນົມ ​ແລະ ບາງ​ທ້ອງ​ຖິ່ນ​ທາງ​ພາກ​ກາງ​ຫວຽດນາມ ​ໄດ້​ມີ​ການ​ຮ່ວມ​ມື​ຢ່າງ​ດີງາມ ​ແລະ ນັບ​ມື້​ນັບ​ຈະ​ເລີ​ນ​ເຕີບ​ໂຕ, ພ້ອມ​ທັງຂອບ​ໃຈ​ເຈົ້າ​ຄອງ​ນະຄອນ ​ພ້ອມກັບ​ອຳນາດ​ການ​ປົກຄອງ​ນະຄອນ ພະນົມ ທີ່​ໄດ້​​ໃຫ້ການຊ່ວຍ​ເຫຼືອ​ສ້າງບ້ານ​ມິດຕະພາບ​ຫວຽດນາມ - ​ໄທ, ​ໃນ​ນັ້ນ​ມີ​ເຂດອະນຸ​ສະຖານ​ປະທານ​ໂຮ່ຈິ​ມິນ​ຢູ່​ບ້ານ​ໄມ. ຕາມ​ທ່ານນາງຮອງ​ປະທານ​ປະ​ເທດ​ແລ້ວ, ​ເລື່ອງ​ກໍ່ສ້າງ​ບ້ານ​ມິດຕະພາບ​ຫວຽ​ດນາມ, ພິ​ເສດ​ແມ່ນ​ເຂດ​ອະນຸ​ສະຖານ​ປະທານ​ໂຮ່ຈິ​ມິນ ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ບໍ່​ພຽງ​ແຕ່​ຕອບ​ສະໜອງ​ຄວາມ​ມຸ້​ງມາດ​ປາດ​ຖະໜາ​ຂອງ​ພໍ່​ແມ່​ປະຊາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​ປະຊາຊົນ​ໄທ ກໍ່​ຄື​ບັນດາ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຊອກ​ຮູ້​ກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ຂອງ​ປະທານ​ໂຮ່ຈິ​ມິນ​ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ