ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ - ảnh 1
ທ່າ​ນນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ
ຕ້ອນຮັບ​ຄະນະ​ຜູ້​ແທນສູນ​ກາງ​ສະມາຄົມມິດຕະພາບ ລາວ - ຫວຽດນາມ
(ພາບ: vietnamplus.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 25/11, ທີ່​ການ​ຕ້ອນຮັບຄະນະ, ທ່າ​ນນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ ​ເນັ້ນໜັກວ່າ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ຈະ​​ເຮັດ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ​ພ້ອມ​ກັບ ລາວ ​ເພີ່ມ​ພູນຄຸນ​ສ້າງ ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໃຫ້ຂຶ້ນສູ່​ລະດັບສູງ​ໃໝ່. ປີ 2014 ​ແມ່ນ​ປີ​ທີ່​ສອງ​ປະ​ເທດ​ມີຫຼາຍເຫດການການເມືອງທີ່ສຳຄັນຍິ່ງ, ທ່ານນາງຮອງປະທານ ປະເທດປາຖະໜາວ່າສະມາຄົມມິດຕະພາບສອງ​ປະ​ເທດ ຫວຽດນາມ - ລາວ​ສືບຕໍ່ຍູ້​ແຮງ​ການ​ໂຄສະນາ, ສຶກສາມຸນ​ເຊື້ອສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ກວ່າ​ອີກ, ພິ​ເສດ​ແມ່ນ​ບັນດາ​ລາຍການ​ກັບຄືນ​ສູ່​ກົກ​ເຄົ້າ​ເຫງົ້າກໍ​ເພື່ອ​ໃຫ້​ປະຊາຊົນ ​ແລະ ຮຸ່ນໜຸ່ມສອງ​ປະ​ເທດ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວກັບ​ກົກ​ເຄົ້າປະຕິວັດ​ຂອງ​ສອງ​ປະ​ເທດ.

  ສ່ວນທ່ານ ວິໄລວົງ ບຸດດາຄຳ, ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ​ ລາວ ທັງເປັນຮອງປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຢືນຢັນວ່າ​ໃນ​ໄລຍະ​ຈະ​ມາ​​ເຖີງສະມາຄົມມິດຕະພາບ ລາວ - ຫວຽດນາມຈະ​ສືບຕໍ່​ໂຄສະນາ​ສຶກສາຮຸ່ນໜຸ່ມ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ, ສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ຊຶ່ງ​ບັນດາຮຸ່ນ​ການ​ນຳ​ພັກ ​ແລະ ລັດສອງ​ປະ​ເທດ​ໄດ້ເພີ່ມ​ພູນຄຸນ​ສ້າງ.

ຂ່າວ/ບົດ​ອື່ນ