ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່ານາມ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່ານາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ຮ່າ​ນາມ
(ພາບ: baomoi.com)

(vovworld) – ​​​ໃນ​ລະຫວ່າງ​ວັນ​ທີ 22 – 23/09, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ຮ່າ​ນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຕາ​ແສງ ວັນ​ລິ໋, ​ເມືອງ ລິ໋​ເຍີນ ​ແລະ ຕາ​ແສງ ດິງຊາ, ນະຄອນ​ຟຸລິ໋. ທີ່​ບັນ​ດາ​ການ​ພົບ​ປະ, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ແຈ້ງ​ໃຫ້​​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາບບາງ​ບັນຫາ​ທີ່ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຂອງປະ​ເທດ​ຊາດ ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ພັດທະນາ​ ​ແລະ ​ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເໜີ​​ໃຫ້ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສາມັກຄີກັນ, ​ເຊື່ອໝັ້ນ​ຕໍ່​ການ​ຊີ້​ນຳ, ນຳພາ​ຂອງ​ພັກ, ລັດ ​ກໍ່​ຄືພ້ອມ​ກັນແບ່ງປັນ​ຄວາມ​ຫຍຸ້ງຍາກ​​ໃນ​ປະຈຸ​ບັນ​ຂອງ​ປະ​ເທດ​ຊາດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໄດ້​ຮັບ​ເອົາ​ຄຳ​ເຫັນປະກອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ​ໄດ້ຕ້ອບຄຳ​ຖາມ​ໂດຍ​ກົງ, ​ເຮັດ​​ແຈ້ງບາງ​ບັນຫາ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​​ເອົາ​ໃຈ​ໃສ່. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ່​ຮຽກຮ້ອງ​ໃຫ້​ການ​ນຳ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ແຂວງ​ຮ່າ​ນາມ ຕ້ອງ​ຮັບ​ເອົາ, ພິຈາລະນາ​ແກ້​ໄຂ​ບັນດາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃຫ້​ຖືກ​ຕາມ​ສິດອຳນາດ.
ຂ່າວ/ບົດ​ອື່ນ