ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ກຽນຢາງ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ກຽນຢາງ - ảnh 1
ແຂວງ​ກຽນ​ຢາງ ບັນລຸ​ໄດ້ 19/19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 07/04, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ລົງ​ຢ​້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຕາ​ແສງ ​ເຕີນ​ຫ້ຽບອາ, ​ເມືອງ ​ເຕີນ​ຫ້ຽບ, ​ແຂວງ ກຽນ​ຢາງ ​ເພື່ອ​ຊອກ​ຮູ້​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນີ້​ກໍ່​ແມ່ນ 2 ຕາ​ແສງ ທຳ​ອິດ​ຂອງ​ແຂວງ​ກຽນ​ຢາງ ທີ່ບັນລຸ​ໄດ້ 19/19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຖື​ວ່າ ຕາ​ແສງ​ໄດ້​ປະຕິບັດ​ວຽກ​ງານ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ພັກ ​ເຖິງ​ແຕ່ລະ​ໜ່ວຍ​ພັກ​ສະມາຊິກ​ພັກເປັນ​ຢ່າງ​ດີ; ​ເສີມ​ຂະຫຍາຍ​ທ່າ​​ແຮງ​ຂອງ​ບັນດາ​ກຳລັງ​ການຜະລິດ, ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັນ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ ​ສະ​ນັ້ນ, ​ຍາມ​ໃດສະມັດ​ຕະພາບ, ປະລິມານ​ການ​ຜະລິດ​ທັນ​ຍາ​ການ ກໍ່ລ້ວນ​ແຕ່​ນຳ​ໜ້າ​​ແຂວງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຮຽກຮ້ອງ​ໃຫ້​ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ໄວ​ໜຸ່ມ, ລົງທຶນ​ໃຫ້​ແກ່​ການ​ຜະລິດ​ກະສິກຳ, ຊົນນະບົດ ​ແລະ ວຽກ​ງານຮັບປະກັນ​ຊີວິດ​ສັງຄົມ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ