ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ແລະ ເຮັດວຽກຢູ່ກວາງຈິ້

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ແລະ ເຮັດວຽກຢູ່ກວາງຈິ້ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​
ມອບ​ຂອງຂວັນໃຫ້​ແກ່​ບັນດາ​ຄອບຄົວ​​ເປົ້າ​ໝາຍນະ​​ໂຍບາຍ​ຂອງ​ເມືອງ
(ພາບ: baomoi.com)


(vovworld) - ​ ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຕອນ​ບ່າຍວັນ​ທີ 18/07, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ແລະ ຄະນະ​ປະຕິບັດ​ງານ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ກວາງ​ຈິ້. ພາຍຫຼັງ​ມາ​ຖະຫວາຍດວກ​ໄມ້​ທູບທຽນບູຊາ​ອາ​ໄລ​ຫາ​ບັນດາ​ນັກຮົບວິລະ​ຊົນ​ທີ່​ໄດ້​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ ຢູ່​ສຸສານ​ແຫ່ງ​ຊາດ ​ເຈື່ອງ​ເຊີນ ​ແລະ ສຸສານ​ແຫ່ງ​ຊາດ​ທາງ​ເລກ 9 ​ແລ້ວ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ລົງ​ຢ້ຽມຢາມ​ຕາ​ແສງ​ຈຸດ​ສຸມ​ກ່ຽວ​ກັບ​ຊົນນະບົດ​ໃໝ່ ວິ້ງ​ແທກ, ​ເມືອງ ວິ້ງ​ລິງ, ​ແຂວງ​ກວາງ​ຈິ້. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຍ້ອງຍໍຊົມ​ເຊີຍ, ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໃນ​ຊຸມ​ປີຜ່ານມາຊຶ່ງ​ໄດ້​ສຸມ​ໃສ່​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ ວິ້ງ​ແທກ, ວິ້ງ​ລິງ ນັບ​ມື້​ນັບ​ປ່ຽນ​ໃໝ່, ພິ​ເສດ​ແມ່ນ ຕາ​ແສງ​ວິ້ງ​ແທກ ​ໄດ້​ສູ້​ຊົນກາຍ​ເປັນຕາ​ແສງ​ນຳ​ໜ້າ​ໃນ​ການ​ພັດທະນາ​ຊົນນະບົດ​ໃໝ່​ຂອງ​ແຂວງ​ກວາງ​ຈິ້. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ມອບ​ຂອງຂວັນ 20 ພູດ ​ໃຫ້​ແກ່​ບັນດາ​ຄອບຄົວ​​ເປົ້າ​ໝາຍນະ​​ໂຍບາຍ​ຂອງ​ເມືອງ.
ຂ່າວ/ບົດ​ອື່ນ