ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນາມດິງ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນາມດິງ - ảnh 1

ທ່ານ​ນາງ​ຮອງປະທານ​ປະ​ເທດ ຫງວຽນ​ທິຢວານ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ນາມ​ດິງ

(ພາບ: ອິນເຕີເນັດ)

​(vov world) ຕອນ​ເຊົ້າ​ວັນ​ທີ 5/2, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວານ ​ໄດ້ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ນາມ​ດິງ. ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ເຊິ່ງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ ​ແຂວງ ນາມ​ດິງບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນ​ໜັກ​ວ່າ ​ແຂວງ​ນາມ​ດິງ​ໄດ້​ປະຕິບັດ 3 ບາດກ້າວບຸ​ກທະລຸ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ ​ນັ້ນ​ແມ່ນ ສຸມ​ໃສ່​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບ​ພະຍາກອນ​ມະນຸດ, ປະຕິ​ຮູບ​ລະບຽບການ​ບໍລິຫານ ​ເພື່ອ​ແນ​ໃສ່​ສ້າງທ່າ​​ແຮງ​ໃຫ້​ແກ່​ການ​ເຕີບ​ໂຕ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເໜີ​ວ່າ: ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​ແຂວງ​ນາມ​ດິງຄວນ​ສືບ​ຕໍ່​ຮັກສາ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ​ເສີມ​ຂະຫຍາ​ຍທ່າ​ໄດ້​ປຽບ​ຢ່າງ​ສູງ​ສຸດ, ​ກ້າວ​ຂຶ້ນຢ່າງ​ແຂງ​ແຮງ​ກ່ວາ​ເພື່ອ​ບັນລຸ​ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແບບ​ຍືນ​ຍົງ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ນາມ​ດິງ, ທ່ານ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ໄປ​ຖະຫວາ​ບທູບ​ທຽນ​ຢູ່ ວິຫານ ​ເຈີ​ນ ຢູ່​ເມືອງ ​ໂລກ​ເວື້ອງ, ນະຄອນ​ນາມ​ດິງ.

 

ຂ່າວ/ບົດ​ອື່ນ