ທ່ານນາງຮອງປະທານປະເທດ ຫວໍ້ທິແອງຊວັນ ພົບປະກັບວິສາຫະກິດ ອາຟຼິກາໃຕ້

(VOVWORLD) - ທ່ານນາງຮອງປະທານປະເທດ ໄດ້ຕີລາຄາສູງທີ່ຕັ້ງ, ບົດບາດຂອງ ອາຟຼິກາໃຕ້ ທີ່ໄດ້ນຳໜ້າ ກໍ່ຄືເປັນປະຕູເຊື່ອມຕໍ່ການຂົນສົ່ງສິນຄ້າສຳຄັນຢູ່ທາງພາກໃຕ້ອາຟຼິກາ.
ທ່ານນາງຮອງປະທານປະເທດ ຫວໍ້ທິແອງຊວັນ ພົບປະກັບວິສາຫະກິດ ອາຟຼິກາໃຕ້ - ảnh 1ທ່ານນາງຮອງປະທານປະເທດ ຫວໍ້ທິແອງຊວັນ ພົບປະກັບຜູ້ຕາງໜ້າວິສາຫະກິດ ອາຟຼິກາໃຕ້
(ພາບ: TTXVN)

          ໃນຂອບເຂດການຢ້ຽມຢາມ ສ.ອາຟຼິກາໃຕ້ ຢ່າງເປັນທາງການ ແຕ່ວັນທີ 13 -16 ກັນຍາ, ໃນວັນທີ 14 ກັນຍາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອງຊວັນ ໄດ້ພົບປະກັບບັນດາວິສາຫະກິດ ອາຟຼິກາໃຕ້. ທ່ານນາງຮອງປະທານປະເທດ ໄດ້ຕີລາຄາສູງທີ່ຕັ້ງ, ບົດບາດຂອງ ອາຟຼິກາໃຕ້ ທີ່ໄດ້ນຳໜ້າ ກໍ່ຄືເປັນປະຕູເຊື່ອມຕໍ່ການຂົນສົ່ງສິນຄ້າສຳຄັນຢູ່ທາງພາກໃຕ້ອາຟຼິກາ. ທ່ານນາງຮອງປະທານປະເທດ ສະເໜີໃຫ້ຫ້ອງການການຄ້າ ແລະ ອຸດສາຫະກຳ ອາຟຼິກາໃຕ້ ແລະ ຫ້ອງການການຄ້າອຸດສາຫະກຳ ຫວຽດນາມ ເພີ່ມທະວີການຮ່ວມມື, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນກະຊວງກ່ຽວກັບດ້ານການຄ້າ, ການລົງທຶນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບກອບນິຕິກຳຂອງແຕ່ລະປະເທດ ແລະ ສົ່ງເສີມບັນດາວິສາຫະກິດຂອງ 2 ຝ່າຍເຊື່ອມຕໍ່, ເຂົ້າຮ່ວມງານຕະຫຼາດນັດ, ງານວາງສະແດງ. ກໍ່ທີ່ການພົບປະ, ຜູ້ຕາງໜ້າບັນດາວິສາຫະກິດ ແລະ ທ້ອງຖິ່ນກໍ່ສະແດງຄວາມປາດຖະໜາ ຢາກມີກາລະໂອກາດຊອກຮູ້ກ່ຽວກັບຕະຫຼາດຫວຽດນາມ ກໍ່ຄື ເພີ່ມທະວີບັນດາແຫຼ່ງຂໍ້ມູນຂ່າວສານລະຫວ່າງ 2 ປະເທດໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ