ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງພົບປະກັບຄະນະຊາວຫນຸ່ມ,ເຍົາວະຊົນດີເດັ່ນຊາວຊົນເຜົ່າຢູ່ແຂວງລາວກາຍ

ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງພົບປະກັບຄະນະຊາວຫນຸ່ມ,ເຍົາວະຊົນດີເດັ່ນຊາວຊົນເຜົ່າຢູ່ແຂວງລາວກາຍ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ
ພົບ​ປະ​ກັບ​ຄະ​ນະ​ຊາວ​ຫນຸ່ມ, ເຍົາ​ວະ​ຊົນ​ຊາວ​ຊົນ​ເຜົ່າດີ​ເດັ່ນ​ຢູ່​ແຂວງ​ລາວ​ກາຍ
ພາບ:TTXVN
 (vovworld)- ​​​ ​ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຄະ​ນະ​ຊາວ​ຫນຸ່ມ, ເຍົາ​ວະ​ຊົນ​ຊາວ​ຊົນ​ເຜົ່າດີ​ເດັ່ນ​ຢູ່​ແຂວງ​ລາວ​ກາຍ ເຊິ່ງດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 29/8 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ໃຫ້​ຮູ້​ວ່າ: ພັກ, ລັດ ໄດ້​ມີ​ຫລາຍ​ລາຍ​ການ​ເບິ່ງ​ແຍງ​ໃຫ້​ຊາວ​ເຜົ່າ​ສ່ວນ​ຫນ້ອຍ​ຄື: ກໍ່​ສ້າງ​ເສັ້ນ​ທາງ, ໂຮງ​ຮຽນ, ເຮືອນ​ຢູ່, ຫນູນ​ຊ່ວຍ​ທີ່​ດິນ​ປຸກ​ສ້າງ​ເຮືອນ, ນ້ຳ​ສະ​ອາດ, ຫນູນ​ຊ່ວຍ​ໃຫ້​ນັກ​ຮຽນ​ຊົນ​ເຜົ່າ, ບຸ​ລິ​ມະ​ສິດ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ຊາວ​ຊົນ​ເຜົ່າ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ປາດ​ຖະ​ຫນາ​ວ່າ ຊາວ​ຫນຸ່ມ, ເຍົາ​ວ​ະ​ຊົນ​ ​ຊາວ​ຊົນ​ເຜົ່າ​ດີ​ເດັ່ນ ມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ, ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ​ສວຍ​ງາມກວ່າ​ຄື​ດັ່ງ​ຄວາມ​ມຸ້ງ​ຫວັງ​ຂອງ​ປະ​ທານ​ໂຮ່​ຈິ​ມີນ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ສະ​ເຫນີ ແຂວງ ລາວ​ກາຍ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ສຶກ​ສາ​ຄຸນ​ສົ​ມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ລຸ້​ນ​ຫນຸ່ມ, ສ້າງ​ທຸກ​ເງື່ອ​ນ​ໄຂ​ເພື່ອ​ໃຫ້​ພວກ​ນ້ອງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ຄະ​ນະ​ຊາ​ວ​ຫນຸ່ມ, ເຍົາ​ວະ​ຊົນ, ສ້າງ​ສະ​ພາບ​ແວດ​ລ້ອມ​ໃຫ້​ພວກ​ນ້ອງ​ສູ້​ຊົນ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ໄປ​ໂຮ​ງ​ຮ​ຽ​ນ. ແຂວງ​ລາວ​ກາຍ ຄວນ​ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ເພື່ອ​ໃຫ້ມີ​ແຫລ່ງ​ກຳ​ລັງ​ຕື່ມ​ອີກ​ແນ​ໃສ່ກໍ່​ສ້າງ​ເສັ້ນ​ທາງ​, ໂຮງ​ຮຽນ ແລະ ເບິ່ງ​ແຍງ​ດູ​ແລ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ດີ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ