ທ່ານນາງຮອງປະທານປະເທດດ​ັ້ງທິຫງອກທິງຢ້ຽຢາມແລະມອບຂອງຂວັນໃຫ້ຄອບຄົວນະໂຍບາຍຢູ່ກວາງນາມ

(VOVWORLD) -ຕອນບ່າຍວັນທີ 07 ສິງຫາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິຫງອກທິງ ພ້ອມດ້ວຍຄະນະປະຕິບັດງານໄດ້ມາຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາ ເປົ້າໝາຍນະໂຍບາຍ, ເດັກນ້ອຍທຸກຍາກແຕ່ຮຽນເກັ່ງ ໃນເມືອງ ຢູຍຊວຽນ, ແຂວງກວາງນາມ.

ທ່ານນາງຮອງປະທານປະເທດດ​ັ້ງທິຫງອກທິງຢ້ຽຢາມແລະມອບຂອງຂວັນໃຫ້ຄອບຄົວນະໂຍບາຍຢູ່ກວາງນາມ - ảnh 1 ທ່ານນາງຮອງປະທານປະເທດ ຫວຽດນາມ ດັງທິຫງອກທິງ

ໄດ້ມອບ 60 ທຶນການສຶກສາ ໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງ ໃນຢູຍຊວຽນ

(ພາບ: TTXVN)

ຢູ່ໂຮງຮຽນມັດທະຍົມຕອນຕົ້ນຟູ່ດົ່ງ, ຕາແສງຢູຍຈິງ, ເມືອງຢູຍຊວຽນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັງທິຫງອກທິງ ໄດ້ມອບ 60 ທຶນການສຶກສາ ໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງ ໃນຢູຍຊວຽນ (ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ). ໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິຫງອກທິງ ກໍ່ໄດ້ມອບຂອງຂວັນ 50 ພູດ ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວຜູ້ປະສົບເຄາະຮ້າຍຈາກສານຜິດສີສົ້ມ (ແຕ່ລະພູດມີມູນຄ່າ 2 ລ້ານດົ່ງ); ພ້ອມທັງມອບເຮືອນແຫ່ງການກຸສົນ 10 ຫຼັງ, ແຕ່ລະຫ້ອງມີມູນຄ່າ 50 ລ້ານດົ່ງ ໃຫ້ຄອບຄົວນະໂຍບາຍໃນເມືອງ. ກ່າວປາໄສຕໍ່ພໍ່ແມ່ປະຊາຊົນ ແລະ ການນຳແຂວງກວາງນາມ, ເມືອງຢູຍຊວຽນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິຫງອກທິງ ເນັ້ນໜັກວ່າ: ແຂວງກວາງນາມ ຄວນຮ່ວມແຮງຮ່ວມໃຈເບິ່ງແຍງບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ. ຄຽງຂ້າງນັ້ນ, ແຂວງຄວນເບິ່ງແຍງດ້ານສຸຂະພາບຮ່າງກາຍ ແລະ ພູມປັນຍາໃຫ້ນັກຮຽນ, ຊ່ວຍບັນດານ້ອງນັກຮຽນໃຫ້ພັດທະນາ, ເຕີບໃຫຍ່ເພື່ອປະກອບສ່ວນສ້າງສາປະເທດຊາດໃນພາຍພາກໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ