ທ່ານນາງຮອງປະທານປະເທດຫງວຽນທິຢວານມອບຂອງຂວັນໃຫ້ແກ່ຄອບຄົວໃນເປົ້າໝາຍນະໂຍບາຍແຂວງກວ໋າງຈີ້

ທ່ານນາງຮອງປະທານປະເທດຫງວຽນທິຢວານມອບຂອງຂວັນໃຫ້ແກ່ຄອບຄົວໃນເປົ້າໝາຍນະໂຍບາຍແຂວງກວ໋າງຈີ້ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ພົບ​ປະ, ຢື້​ຢາມ​ຖາມ​ຂ່າວຄອບຄົວ​ໃນ​ເປົ້າໝາຍ​ນະ​ໂຍບາຍ


(vovworld)- ຕອນ​ເຊົ້າ​ວັນ​ທີ 13/7, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ພົບ​ປະ, ຢື້​ຢາມ​ຖາມ​ຂ່າວ ​ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນດາ​ຄອບຄົວ​ໃນ​ເປົ້າໝາຍ​ນະ​ໂຍບາຍ​ຢູ່​ບໍລິ​ເວນ​ແຂວງ ກວ໋າງຈີ້ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 67 ປີ​ແຫ່ງ​ວັນ​ທະ​ຫາຍ​ເສຍ​ອົງຄະ​ນ, ນັກຮົບ​ເສຍ​ສະຫລະ​ຊີວິດ​ເພື່ອ​ຊາດ. ທ່ານຮອງ​ປະທານ​ປະ​ເທດ ​ໄດ້ຢື້​ຢາມ​ຖາມ​ຂ່າວ ​ແລະ ຮັບ​ຮູ້​ບັນດາ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫລວງ​ຂອງ​ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ທະຫານ​ເສຍ​ອົງຄະ, ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ແຂວງ ກວ໋າງຈີ້ ​ໄດ້​ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ​​ໃນ​ໄລຍະ​ຜ່ານ​ມາເປັນ​ຢ່າງ​ດີ. ​ໃນ​ໂອກາ​ດນີ້ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໄດ້​ມອບ​ຂອງ​ຂວັນ 30 ພູດ ​ໃຫ້​ແກ່​ຄອບ​ຄົວ​ໃນ​ເປົ້າໝາຍ​ນະ​ໂຍບາຍ, ​ແຕ່​ລະ​ພູດ​ລວມມູນ​ຄ່າກວ່າ 2 ລ້ານ​ດົງ ​.

 

 

ຂ່າວ/ບົດ​ອື່ນ