ທ່ານນາງຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍູ້ງຍາກ

ທ່ານນາງຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍູ້ງຍາກ - ảnh 1

ທ່ານ​ນາງຮອງ​ປະທານ​ປະ​ເທດຫງວຽນທິຢວານມອບ​ທຶນ​​ສຶກສາ​ໃຫ້​ແກ່​ເດັກນ້ອຍ​ທີ່ປະສົບ​ກັບ​ຄວາມ​ຫຍູ້​ງຍາກ

(ພາບ:VPG)

(vovworld) -  ວັນ​ທີ 23/3, ທີ່​ນະຄອນ ຫ້າ​ລອງ(​ແຂວງ ກວ້າງນິງ), ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ ຫວຽດນາມ ຈັດຕັ້ງ​ໂຄງການ​ມອບ​ທຶນ​ສຶກສາ “ ​ເດັກບໍ່​ຄວນປະ​ຮຽນ “ ​ໃຫ້​ແກ່​ເດັກນ້ອຍທີ່​ປະສົບ​ກັບ​ຄວາມ​ຫຍູ້​ງຍາກໃນ​ແຂວງ. ທີ່ພິທີ​ດັ່ງກ່າວ, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນທິຢວານ ພ້ອມ​ກັບ​ບັນດາ​ນັກ​ອຸປະຖຳ​​ໄດ​້ມອບ​ທຶນ​ສຶກສາ 120 ທຶນລວມມູນ​ຄ່າ​ 360 ລ້ານດົ່ງໃຫ້​ແກ່ເດັກນ້ອຍທີ່​ປະສົບ​ກັບ​ຄວາມ​ຫຍູ້​ງຍາກໃນ​ແຂວງ. ນອກຈາກ​ນັ້ນ, ກອງ​ທຶນຊ່ວຍ​ເຫຼືອເດັກ ຫວຽດນາມ ຍັງມອບ​ສະໝຸດປື້ມເງິນປະຢັດໃຫ້​ແກ່ນັກຮຽນ 12 ຄົນທີ່​ເປັນ​ເດັກ​ກຳພ້າ​​ແຕ່​ມີ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍູ້​ງຍາກ, ບັນລຸ​ໄດ້ຜົນງານ​ການຮຽນສູງ, ​ປື້ມເງິນປະຢັດແຕ່​ລະ​ຫົວ​ມີ​ມູນ​ຄ່າ 5 ລ້ານ​ດົ່ງ. ​ໂຄງການ​ມອບ​ທຶນ​ສຶກສາ​ແນ​ໃສ່​ປຸກລະດົມ, ສົ່ງ​ເສີມ​ບັນ​ດາ​ນັກຮຽນທີ່​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ແຕ່​ມັກຮຽນ​ໃຫ້​ເພື່ອເຈດ​ຈຳນົງ ​ແລະ ຕັດ​ສິນ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍູ້​ງຍາກ, ​ເພື່ອ​ການ​ຮຳ່ຮຽນ​ໃຫ້​ເກັ່ງ​ກວ່າ​ອີກ.


ຂ່າວ/ບົດ​ອື່ນ