ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ດັ້ງ​ທິງ​ອກທີ້ງ ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ບຸນ​ເຕັດ ຢູ່​ແຂວງ ຕ່ຽນຢາງ

(VOVWORLD) -ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບຂອງຂວັນຈໍານວນ 50 ພູດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ຂອງຂວັນ ພ້ອມດ້ວຍທຶນການສຶກສາ 50 ພູດໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ ແລະ ຮຽນເກັ່ງຢູ່ທ້ອງຖິ່ນ
ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ດັ້ງ​ທິງ​ອກທີ້ງ ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ບຸນ​ເຕັດ ຢູ່​ແຂວງ ຕ່ຽນຢາງ - ảnh 1ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດ ຢູ່ແຂວງ ຕ່ຽນຢາງ 

        ຕອນເຊົ້າວັນທີ 13 ມັງກອນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ມອບທຶນການສຶກສາ, ຂອງຂວັນປີໃໝ່ໃຫ້ແກ່ເດັກນ້ອຍ ຜູ້ປະສົບກັບຄວາມຫຍຸ້ງຍາກ ຢູ່ເມືອງເຈິກ້າວ, ແຂວງຕ່ຽນຢາງຂອງຫວຽດນາມ.

        ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບຂອງຂວັນຈໍານວນ 50 ພູດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ຂອງຂວັນ ພ້ອມດ້ວຍທຶນການສຶກສາ 50 ພູດໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ ແລະ ຮຽນເກັ່ງຢູ່ທ້ອງຖິ່ນ. ນອກຈາກບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ເດັກນ້ອຍທີ່ໄດ້ຮັບຂອງຂວັນ, ທຶນການສຶກສາໂດຍກົງແລ້ວ, ຂອງຂວັນ 150 ພູດ ແລະ ຈໍານວນທຶນການສຶກສາທີ່ຍັງເຫຼືອນັ້ນ ຈະສືບຕໍ່ໄດ້ຝາກໃຫ້ເຂົາເຈົ້າຕາມຫຼັງ. 

ຕອບກັບ

ຂ່າວ/ບົດ​ອື່ນ