ທ່ານນາງຮອງປະທານປະເທດຫວຽດນາມດັ້ງທິຫງອັກທິ້ງຕ້ອນຮັບ ຜູ້ວ່າການລັດ ວິກຕໍເຣຍ, ອົດສະຕາລີ Linda Marison Dessau

(VOVWORLD) -ຍາມໃດຫວຽດນາມກໍ່ຖືສາຍພົວພັນຄູ່ຮ່ວມຍຸດທະສາດແລະການຮ່ວມມືຫຼາຍດ້ານກັບອົດສະຕາລີເປັນສຳຄັນ.
ທ່ານນາງຮອງປະທານປະເທດຫວຽດນາມດັ້ງທິຫງອັກທິ້ງຕ້ອນຮັບ ຜູ້ວ່າການລັດ ວິກຕໍເຣຍ, ອົດສະຕາລີ Linda Marison Dessau - ảnh 1 ທ່ານນາງ ດັ້ງທິຫງອັກທິ້ງ ຮອງປະທານປະເທດຫວຽດນາມ ແລະ ທ່ານນາງ Linda Marison Dessau (ພາບ: TTXVN)

ທີ່ການຕອ້ນຮັບ ທ່ານ ນາງ Linda Marison Dessau ໃນຕອນບ່າຍວັນທີ 3 ຕຸລາ, ທີ່ສຳນັກງານປະທານປະເທດ, ທ່ານນາງ ດັ້ງທິຫງອັກທິ້ງ ຮອງປະທານປະເທດຫວຽດນາມໄດ້ຢັ້ງຢືນວ່າ: ຍາມໃດຫວຽດນາມກໍ່ຖືສາຍພົວພັນຄູ່ຮ່ວມຍຸດທະສາດແລະການຮ່ວມມືຫຼາຍດ້ານກັບອົດສະຕາລີເປັນສຳຄັນ, ໃນນັ້ນ, ກໍ່ມີການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ. ສອງປະເທດໄດ້ມີການແບ່ງປັນຜົນປະໂຫຍດຫຼາຍຢ່າງນັບທັງດ້ານເສດຖະກິດ ແລະ ຍຸດທະສາດ, ທັງໃນຂອບເຂດສອງຝ່າຍກໍ່ຄືບັນດາບັນຫາໃນພາກພື້ນແລະສາກົນ. ທ່ານນາງຮອງປະທານປະເທດຫວຽດນາມ ເນັ້ນໜັກວ່າ: ລັດວິກຕໍເຣຍມີສາຍພົວພັນຮ່ວມມືອັນດີງາມ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງກັບບັນດາທ້ອງຖິ່ນຂອງຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ມີທ່າແຮງຄື: ດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ. ກ່ຽວກັບການຮ່ວມມືໃນຂົງເຂດການສຶກສາທີ່ເປັນຈຸດພົ້ນເດັ່ນ, ທ່ານນາງຮອງປະທານປະເທດຫວຽດນາມໄດ້ຕີລາຄາວ່າ: ວິກຕໍເຣຍແມ່ນໜື່ງໃນບັນດາລັດທີ່ມີພື້ນຖານການສຶກສາທີ່ມີຊື່ສຽງ,ມີຄຸນນະພາບສູງຫຼາຍແຫ່ງຢູ່ອົດສະຕາລີຄື:ມະຫາວິທະຍາໄລ Melbourne, ມະຫາວິທະຍາໄລ RMIT…

        ທ່ານນາງຮອງປະທານປະເທດຫວຽດນາມມີຄວາມປາດຖະໜາຢາກໃຫ້ທ່ານນາງ Linda Marison Dessau ແນະນຳບັນດາວິສາຫະກິດ, ນັກລົງທຶນມາຊອກຮູ້ ແລະ ລົງທຶນຢູ່ບັນດາທ້ອງຖິ່ນຂອງຫວຽດນາມໃຫ້ຫຼາຍກວ່າອີກ, ພ້ອມທັງຫວັງວ່າ: ລັດວິກຕໍເຣຍຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງຫວຽດນາມດຳລົງຊີວິດ, ທຳມາຫາກິນ, ຮ່ຳຮຽນຢູ່ລັດວິກຕໍເຣຍ./.    

ຕອບກັບ

ຂ່າວ/ບົດ​ອື່ນ