ທ່ານນາງຮອງປະທານປະເທດເຂົ້າຮ່ວມພິທີເປີດສະຫຼອງແລະໄຂສົກຮຽນໃໝ່ຢູ່ແຂວງຮ່ານາມ

ທ່ານນາງຮອງປະທານປະເທດເຂົ້າຮ່ວມພິທີເປີດສະຫຼອງແລະໄຂສົກຮຽນໃໝ່ຢູ່ແຂວງຮ່ານາມ - ảnh 1
ທ່ານນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນທິຢວານຕີ​ກອງ​ໄຂ​ສົກຮຽນ
(ພາບ: giabao.com)

(vovworld) – ​ ​   ວັນ​ທີ 29/8, ​ໂຮງຮຽນ​ມັດທະ​ຍົນ​ຕອນ​ປາຍລົງ​ເລິກ ບຽນ​ຮ່ວາ (ນະຄອນ ຝູລີ໋, ​ແຂວງ ຮ່າ​ນາມ) ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ ​ແລະ ​ໄຂ​​ສົກຮຽນ​​ໃໝ່ 2015 – 2016. ທ່ານນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນທິຢວານ ​ໄດ້​ເຂົ້າ​ຮ່ວມ​ພິທີ ​ແລະ ຕີ​ກອງ​ໄຂ​ສົກຮຽນ; ມອບ​ຂອງຂວັນ 50 ພຸດ​ໃຫ້​ນັກຮຽນທຸກ​ຍາກ ​ແຕ່​ຮຽນ​ເກັ່ງ 50 ຄົນ​.

        ​ໂຄງການ​ໂຮງຮຽນ​ມັດທະ​ຍົນ​ຕອນ​ປາຍລົງ​ເລິກ ບຽນ​ຮ່ວາ ​ແມ່ນ​ກິດຈະກຳຈຸດ​ສຸມ​ຂອງ​ແຂວງ ຮ່າ​ນາມ, ນອນ​ໃນ​ບໍລິ​ເວນ​ຕາ​ແສງ​ລຽມຈິ໋ງ ​ແລະ ລຽມຈູງ, ນະຄອນ ຝູລີ໋, ດ້ວຍ​ຍອດ​ຈຳນວນ​ທຶນ​ແມ່ນ​ກວ່າ 260 ຕື້​ດົ່ງ. ພາຍຫຼັງ 3 ປີ​ແຫ່ງ​ການ​ກໍ່ສ້າງ, ​ໂຄງການ​ໂຮງຮຽນ​ມັດທະ​ຍົນ​ຕອນ​ປາຍລົງ​ເລິກ ບຽນ​ຮ່ວາ ​ໄດ້​ກໍ່ສ້າງ​ສຳ​ເລັດ ​ແລະ ນຳ​ເຂົ້າ​ໃຊ້​ການ​ຖືກ​ຕາມ​ແຜນການ, ຕອບ​ສະໜອງ​ຄວາມ​ຕ້ອງການ​ສິດສອນ ​ແລະ ຮຳ່ຮຽນ​​ໃຫ້​ນັກຮຽນ ປະມານ 1.200 ຄົນ. ນີ້​ແມ່ນ​ໂຮງຮຽນ​ທີ່​ໃຫຍ່​ໂຕ, ສວຍ​ງາມ ​ແລະ ທັນ​ສະ​ໄໝ​ທີ່​ສຸດ ​ໃນ​ຈຳນວນ​ໂຮງ​ສຽນ​ມັດ​ທະ​ຍົມ​ຕອນ​ປາຍ​ຂອງ ຮ່າ​ນາມ ​ໃນ​ປະຈຸ​ບັນ.


ຂ່າວ/ບົດ​ອື່ນ