ທ່ານນາງຮອງປະທານສະພາແຫ່ງຊາດ ຕອ່ງທິຟ້ອງ ຕ້ອນຮັບ ທ່ານອຸນແກ້ວວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດລາວ

ທ່ານນາງຮອງປະທານສະພາແຫ່ງຊາດ ຕອ່ງທິຟ້ອງ ຕ້ອນຮັບ ທ່ານອຸນແກ້ວວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດລາວ - ảnh 1
ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມຕອ່ງທິຟ້ອງ ຕ້ອນຮັບ ທ່ານອຸນແກ້ວວຸທິລາດ ຫົວໜ້າຫ້ອງວ່າການສະພາ ແຫ່ງຊາດລາວ                 

(vovworld)- ທີ່​ການຕ້ອນຮັບ​ທ່ານ​ອຸນ​ແກ້ວ​ວຸທິລາດ ຫົວໜ້າ​ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ​ລາວ ​ເມື່ອ​ຕອຍບ່າຍ​ວັນ​ທີ 7/1 ທີ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕອ່ງທິຟ້ອງ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ຄວາມ​ເປັນ​ເຈົ້າການຕັ້ງໜ້າ​ຮ່ວມ​ມື​ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ, ​ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ເປັນ​ເສນາ​ທິການ, ຮັບ​ໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ.

  ທ່ານ​ອຸນ​ແກ້ວ​ວຸທິລາດ ຫົວໜ້າ​ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວພັນ​ລະຫວ່າງ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ ຈະ​ນັບ​ມື້​ນັບ​ບັນລຸ​ປະສິດທິ​ຜົນ, ​ແທດ​ຈິງ ​ແລະ ​ເຂົ້າ​ສູ່​ລວງ​ເລິກ.

   ກ່ອນ​ໜ້າ​ນັ້ນ, ທ່ານ​ອຸນ​ແກ້ວ​ວຸທິລາດ ຫົວໜ້າ​ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ແຫ້ງ​ຟຸກ. 2 ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ທາງ​ດ້ານ​ການ​ເງິນ, ການຈັດ​ແບ່ງ​ງົບປະມານ, ກໍ​ຄື​ວຽກ​ງານ​ຮັບ​ໃຊ້​ບັນດາ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ . 

ຂ່າວ/ບົດ​ອື່ນ