ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຜົບປະກັບຜູ້ມີສິດເລືອກຕັ້ງຢູ່ ດັກລັກ

ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຜົບປະກັບຜູ້ມີສິດເລືອກຕັ້ງຢູ່ ດັກລັກ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ
ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ແຂວງ​ດັກ​ລັກ
(ພາບ: baodaklak.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 24/06, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ແລະ ຄະນະ​ສສຊ ​ແຂວງ ດັກ​ລັກ ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ແຂວງ​ດັກ​ລັກ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ດັກ​ລັກ ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຄົ້ນຄວ້າ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ຊົນ​​ເຜົ່າ ​ເພື່ອ​ໃຫ້​ບັນດາ​ນະ​ໂຍບາຍ​ຊົນເຜົ່າໄດ້ຮັບການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ​ເປັນ​ເອກະພາບ; ພ້ອມ​ທັງ​ສະ​ເໜີລົງທຶນ​ໃຫ້​ແກ່​ເຂດ ​ໄຕ​ຫງວຽນ ກ່ຽວກັບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ດຶງ​ດູດ​ການ​ລົງທຶນ​. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຖື​ວ່າ ບັນຫາທີ່ຜູ້​ມີ​ສິດ​ເລືອກ​ຕັ້ງ ສະ​ເໜີ ກໍ​ແມ່ນ​ບັນດາ​ບັນຫາ​ເຊິ່ງສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ​ເອົາ​ໃຈ​ໃສ່ ​ແລະ ພວມຄົ້ນຄວ້າ ​ເພື່ອ​ມີ​ການ​ຊີ້​ນຳ​ຢ່າງ​ທັນ​ການ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບການລົງຄະແນນສຽງ​ໄວ້​ວາງ​ໃຈ, ສະມາຊິກສະພາ​ປະຊາຊົນ, ຫຼັກການ​ລົງຄະແນນສຽງ​ໄວ້​ວາງ​ໃຈ ຕ້ອງ​ເຄົາລົບ​ສິດ​ລາຍ​ງານ, ສິດ​ອະພິປາຍ​ຂອງ​ຜູ້​ທີ່​ໄດ້​ຮັບ​ການລົງຄະແນນສຽງ​ໄວ້​ວາງ​ໃຈ; ​ເປີ​ດ​ເຜີຍ, ຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ພາວະ​ວິ​ໄສ.

ຂ່າວ/ບົດ​ອື່ນ