ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກຢູ່ເມືອງກອນກວງແຂວງເຫງະອານ

ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກຢູ່ເມືອງກອນກວງແຂວງເຫງະອານ - ảnh 1
ທ່ານ​ນາງ​ ຕ່ອງ​ທິຟ໋ອງ ມອບ​ຂອງຂວັນ​ໃຫ້​ພໍ່​ແມ່​ປະຊາຊົນບັນດາ​ເຜົ່າ
(ພາບ: ໂທລະພາບເຫງະອານ)

(vovworld) – ​ວັນ​ທີ 31/10, ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຄະນະ​ປະຕິບັດ​ງານ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເມືອງ ກອນ​ກວງ, ​ແຂວງ​ ​ເຫ​ງະ ອານ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ​ເມືອງ ກອນ​ກວງ ​ແລະ ປາດ​ຖະໜາ​ວ່າ ​ເມືອງ ກອນ​ກວງ ທັງ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ທັງ​ປັບ​ປຸງ​ບໍລິ​ເວນ​ຍຸດ​ທະ​ສາດ​ໃນ​ວຽກ​ງານ​ຊົນ​ເຜົ່າ ​ແລະ ຊາຍ​ແດ​ນ. ທ່ານ​ນາງ ຕ່ອງ​ທິຟ໋ອງ ​ໃສ່​ໃຈ​ວ່າ: ຄວາມ​ຮັບຜິດຊອບ​ຮັກສາ​ປ່າ ​ແມ່ນ​ໜ້າ​ທີ່​ແຖວ​ໜ້າ​ຂອງ ກອນ​ກວງ; ທີ 2 ​ແມ່ນ​ຮັກສາ​ມູນ​ເຊື້ອ, ​ເສີມ​ຂະຫຍາຍສີສັນ​ວັດທະນະທຳ​ບັນດາ​ເຜົ່າ​ໃນ​ບໍລິ​ເວນ; ​​ເອົາ​ໃຈ​ໃສ່​ເປັນ​ພິ​​ເສດ​ເຖິງ​ການ​ສ້າງ​ຄວາມ​ສາມັກຄີ; ສ້າງ​ບາດກ້າວ​ຢ່າງ​ໝັ້ນຄົງໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​.

        ພາຍຫລັງ​ການ​ເຮັດ​ວຽກ​ກັບ​ການ​ນຳ​ເມືອງ, ທ່ານ​ນາງ​ ຕ່ອງ​ທິຟ໋ອງ ​ແລະ ຄະນະ​ປະຕິບັດ​ງານ​ໄດ້ລົງ​ຢ້ຽມຢາມ​ບ້ານ ຈົມ​ລົ​ມ, ຕາ​​ແສງ ລ້າງ​ເຄ, ມອບ​ຂອງຂວັນ​ໃຫ້​ພໍ່​ແມ່​ປະຊາຊົນບັນດາ​ເຜົ່າ.

 

ຂ່າວ/ບົດ​ອື່ນ