ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມແລະເຮັດວຽກຢູ່ເມືອງຟຸ໋ກທໍ້,ຮ່າໂນ້ຍ

ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມແລະເຮັດວຽກຢູ່ເມືອງຟຸ໋ກທໍ້,ຮ່າໂນ້ຍ - ảnh 1
(ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ
ເຮັດວຽກຢູ່ເມືອງຟຸ໋ກທໍ້, ຮ່າໂນ້ຍ)

(vovworld) –​ ຕ​ອນ​ເຊົ້າ​ວັນ​ທີ 20/02, ທ່ານ​ນ​າງ​ຮອ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກິມ​ເງິນ​ ໄດ້ຢ້ຽມ​ຢາມ​ ແລະ​ ເຮັດ​ວຽກ​ຢູ່​ເມືອງ​ຟຸ໋ກ​ທ​ໍ້, ຮ່າ​ໂນ້ຍ. ໜ້າ​ທີ່ນີ້, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ການ​ນຳ​ນະ​ຄອນ​ຮ່າ​ໂນ້ຍ, ເມືອງ ຟຸ໋​ທ​ໍ້ ຕິດ​ຕາມ​ຢ່າງ​ໃກ້​ຊິດ​ມາດ​ຖານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ຖື​ວ່າ, ​ສິ່ງ​ທີ່​ປະ​ສົບ​ກັບ​ຄວາມຫ​ຍຸ້ງ​ຍາກ, ຂໍ້​ຈຳ​ກັດ ແລະ ບໍ່​ທັນ​ເຮັດ​ໄດ້​ດີ ບັນ​ດາ​ຄະ​ນະ, ຂະ​ແໜງ​ການ​ຂອງ​ເມືອງ ຟຸ໋ກ​ທ​ໍ້ ຕ້ອງ​ຄົ້ນ​ຄວ້າ, ຍ​ົກ​ອອກ​ຂໍ້​ລິ​ເລີ່ມເພື່ອ​ຜ່ານ​ຜ່າ ພ້ອມ​ທັງ​ສ້າງ​ສະ​ພາບ​ແວດ​ລ້ອມ​ໃຫ້​ວິ​ສາ​ຫະ​ກິດມາ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ປ​າດ​ຖະ​ໜາ​ວ່າ, ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ສາ​ມັກ​ຄີ, ແຂ່ງ​ຂັນ​ການ​ຜ​ະ​ລິດ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ເພື່ອ​ເຮັດ​ແນວ​ໃດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ເມືອງ​ຟ​ຸ໋ກ​ທໍ້ ນັບ​ມື້​ນັບ​ອີ່ມ​ໜຳ​ສຳລານພູນ​ສຸກ.

      ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ໄດ້​ໄປ​ຖ​ະ​ຫວາຍ​ທູບ​ທຽນ​ຢູ່​ວິ​ຫານ ຮາດ​ມົນ ແລະ ຮາຍ​ບ່າ​ຈຶງ, ຢູ່​ເມືຶອງ​ຟຸ​໋ກ​ທໍ້.

ຂ່າວ/ບົດ​ອື່ນ