ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ສິ້ນສຸດການຢ້ຽມຢາມຫວຽດນາມ

(VOVWORLD) -ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ໄດ້ເປັນປະທານການປະຊຸມຂ່າວແຈ້ງໝາກຜົນການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 24 – 26 ສິງຫາ 2021.
ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris
(ພາບ: TTXVN)

ຕອນບ່າຍວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ໄດ້ເປັນປະທານການປະຊຸມຂ່າວແຈ້ງໝາກຜົນການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 24 – 26 ສິງຫາ 2021. ນີ້ແມ່ນການເຄື່ອນໄຫວສຸດທ້າຍໃນການຢ້ຽມຢາມຫວຽດນາມ ຂອງທ່ານນາງ Kamala Harris.

        ເປີດສາກການປະຊຸມຂ່າວ, ທ່ານນາງຮອງປະທານາທິບໍດີ Kamala Harris ເນັ້ນໜັກວ່າ, ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນການພົວພັນໝັ້ນຄົງຍາວນານ, ມີຄວາມໝາຍສຳລັບປະຊາຊົນ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຂອງ 2 ປະເທດ. ທ່ານນາງຮອງປະທານາທິບໍດີໃຫ້ຂໍ້ສັງເກດວ່າ, ໂລກລະບາດໂຄວິດ-19 ພວມແມ່ນບັນຫາໄດ້ຮັບຄວາມສົນໃຈແຖວໜ້າຂອງ 2 ປະເທດ. ທ່ານນາງໃຫ້ຮູ້ວ່າ, ອາເມລິກາ ຈະສົ່ງວັກຊິນໃຫ້ປະຊາຊົນຫວຽດນາມ ແລະ ເປີດຫ້ອງການ CDC ອາຊີຕາເວັນອອກສ່ຽງໃຕ້ ຢູ່ ຮ່າໂນ້ຍ ເພື່ອແນໃສ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດ.

        ໃນຂົງເຂດຮ່ວມມືດ້ານເສດຖະກິດ, ທ່ານນາງ Kamala Harris ໄດ້ເຕື້ອງເຖິງທ່າອ່ຽງຮ່ວມມືລະຫວ່າງ 2 ປະເທດໃມນຫຼາຍຂົງເຂດຄື: ຫັນພື້ນຖານເສດຖະກິດເປັນດີຈີຕອນ, ໜູນຊ່ວຍເຂດຊົນເຜົ່າສ່ວນໜ້ອຍ….

        ເນັ້ນໜັກເຖິງຄວາມສຳຄັນຂອງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາງ Kamala Harris ໃຫ້ຮູ້ວ່າ, ນີ້ແມ່ນບັນຫາຮີບດ່ວນ. ອາເມລິກາ ຈະສືບຕໍ່ເຮັດວຽກກັບຫວຽດນາມ ເພື່ອແນໃສ່ຍູ້ແຮງຄວາມເສລີໃນການເດີນເຮືອຢູ່ທະເລ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ເຄົາລົບກົດໝາຍທາງທະເລ.

        ກ່ອນໜ້ານັ້ນ, ທ່ານນາງ Kamala Harris ໄດ້ເປັນສັກຂີພິຍານພິທີມອບ-ຮັບວັກຊິນ Pfizer ຈຳນວນ 270.000 ໂດສ ທີ່ໄດ້ສົ່ງມາຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ