ທ່ານນາຍົກລັດຖະມົນຕີ Nguyen Tan Dung ຈະເຂົ້າຮ່ວມ ASEM ຢູ່ລາວ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຈະເຂົ້າຮ່ວມ ASEM ຢູ່ລາວ - ảnh 1

(ພາບ:ອິນ​ເຕີ​ແນັດ)

(VOV)- ວັນ​ທີ 26/10, ກະຊວງການ​ຕ່າງປະ​ເທດ​ຫວຽດນາມ​ ໃຫ້​ຮູ້​ວ່າ: ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung  ​ແລະ ພັນ​ລະ​ຍາຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ເຂົ້າຮ່ວມກອງ​ປະຊຸມ​ຂັ້ນສູງ​ອາຊີ-​ເອີ​ລົບ​ຄັ້ງທີ 9 (ASEM 9) ຢູ່​ລາວ ດ້ວຍ​ຫົວ​ຂໍ້​ວ່າ: “​ເພື່ອນ​ມິດ​ເພື່ອ​ສັນຕິພາບ, ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ວັດທະນາ​ຖາວອນ“. ກອງ​ປະຊຸມ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 4-6/11 ​ແລະ ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ, ການ​ເງິນ; ບັນດາ​ການ​ທ້າ​ທາຍ​ໃນ​ທົ່ວ​ໂລກ; ບັນດາ​ບັນຫາ​ພາກ​ພື້ນ, ບັນດາ​ຮ່ວມ​ມື​ໃນ​ອາ​ຊຽນ. ດ້ວຍ​ຈິດ​ໃຈ​ເປັນ​ເຈົ້າການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດ​ຊອບ, ຄະນະ​ຜູ້​ແທນຫວຽດນາມ ຈະ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ອາຊີ-​ເອີ​ລົບ, ​ໂດຍ​ສະ​ເພາະ​ແມ່ນ​​ຄວາມ​ເອົາ​ໃຈ​ໃສ່​ໃນ​ປະຈຸ​ບັນ​ຂອງ​ບັນດາ​ສະມາຊິກ ​ເພື່ອ​ແນ​​ໃສ່​ມານະ​ພະຍາຍາມ​ຟື້ນ​ຟູ​ເສດຖະກິດ, ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ​ທົ່ວ​ໂລກ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່ 2 ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ