ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມ WEF ອາຊີຕາເວັນອອກ 2012
ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung
|
Vovworld- ດ້ວຍຫົວຂໍ້ວ່າ “ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ກາລະໂອກາດ ແລະ ສິ່ງທ້າທາຍໃນການ ສ້າງອະນາຄົດໃຫ້ແກ່ພາກພື້ນຜ່ານການເຊື່ອມຕໍ່ກັນ ”.ເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກປີ 2012 ໄດ້ຖືກໄຂຂຶ້ນຢູ່ ບາງກອກປະເທດໄທ. ເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກປີ 2012 ສຸມໃສ່ປຶກສາຫາລື 3 ເນື້ອໃນຕົ້ນຕໍ່ຄື: ບົດບາດຂອງບັນດາພື້ນຖານເສດຖະກິດເຕີບໂຕສູງຂອງອາຊຽນ ໃນການສ້າງຄວາມດຸນດຽງກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກ ແລະ ພາກພື້ນຄືນໃໝ່; ບົດບາດຂອງບັນດາລັດຖະບານ ແລະ ອົງການຈັດຕັ້ງໃນການນຳສະເໜີ, ຜັນຂະຫຍາຍບັນດານະໂຍບາຍການເງິນຢ່າງມີປະສິດທິຜົນ ແນໃສ່ຄວບຄຸມໄພເງິນເຟີ້, ທຶນໝູນວຽນ, ການເໜັງຕີງຂອງລາຄາສິນຄ້າ ແລະ ການເຕີບໂຕແບບດຸ່ນດ່ຽງ; ການນຳໃຊ້ທ່າໄດ້ປຽບດ້ານປະຊາກອນ ແລະ ເຕັກໂນໂລຢີໃນພາກພື້ນເພື່ອພັດທະນາບັນດາຮູບແບບການເຕີບໂຕໂດຍຜ່ານການປ່ຽນແປງໃໝ່. ໃນບົດປາໄສກ່າວທີ່ ເວທີປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນວ່າ ການຮ່ວມມື, ເຊື່ອມຕໍ່ໃນພາກພື້ນພວມແມ່ນໜຶ່ງໃນບັນດາທ່າອຽງເປັນເຈົ້າພາທາງຢູ່ອາຊີຕາເວັນອອກດ້ວຍບົດບາດຕັ້ງໜ້າຂອງຂອງບັນດາປະເທດໃນພາກພື້ນ, ພິເສດແມ່ນບັນດາປະເທດອາຊຽນ. ທ່ານກ່າວວ່າ :
“ ຂ້າພະເຈົ້າໄດ້ຖືວ່າ ບັນດາປະເທດອາຊີຕາເວັນອອກ ຄວນສົມທົບກັນຢ່າງແໜ້ນແຟ້ນຢູ່ໃນລະດັບນະໂຍບາຍກ່ຽວກັບການຄວບຄຸມໄພທຳມະສາດ. ຕ້ອງໃຫ້ບຸລິມະສິດກວ່າອີກໃຫ້ແກ່ບັນດາການເຄື່ອນໄຫວຢ່າງລະອຽດ ເພື່ອຊ່ວຍເຫຼືອບັນດາປະເທດຮັບມືກັບໄພນ້ຳຖ້ວມ, ໄພທຳມະສາດ, ການຊຶມນ້ຳເຄັມ, ຄ້ຳປະກັນດ້ານທັນຍາຫານ ແລະ ຊອກຫາບັນດາມາດຕະການຢ່າງຍາວນານໃຫ້ແກ່ການນຳໃຊ້ແຫຼ່ງນ້ຳຂອງແມ່ນ້ຳຢ່າງໝັ້ນຄົງ. ອີກບັນຫາໜື່ງສຳຄັນທີ່ຂ້າພະເຈົ້າຢາກຍົກອອກມາແມ່ນ ບັນຫາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ຄວາມເສລີໃນການເດີນທະເລ. ຫວຽດນາມ ໄດ້ຖືວ່າ ບັນດາຝ່າຍທີ່ກ່ຽວຂ້ອງຄວນແກ້ໄຂການຍາດຊິ່ງອະທິປະໄຕຢູ່ທະເລຕາເວັນອອກ ຜ່ານບັນດາມາດຕະການໂດຍສັນຕິວິທີ ບົນຈິດໃຈເຂົ້າອົກເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ປະຕິບັດຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ( UNCLOS ), ຮັບປະກັນການເຄົາລົບ ແລະ ປະຕິບັດ DOC ຢ່າງເຂັ້ມງວດ ແລະ ຄົບຖ້ວນ,ຊຸກຍູ້ການສ້າງ COC ໂດຍໄວ ແລະ ເພີມທະວີຄວາມໄວເນື້ອເຊື່ອໃຈກັນຢູ່ພາກພື້ນ ”.
ທ່ານນາຍົກລັດຖະມົນຕີຫວຽດນາມກໍຢືນຢັນວ່າ ຫວຽດນາມ ສືບຕໍ່ສົມທົບກັນກັບບັນດາປະເທດໃນພາກພື້ນເພື່ອຊຸກຍູ້ບັນດາຂໍ້ລິເລີມ, ຂອບເຂດການຮ່ວມມື ມຸງໄປເຖິງຈຸດໝາຍປັບປຸງຄວາມສະຫງົບປອດໄພ - ສັນຕິພາບໃນພາກພື້ນ; ຍົກສູງປະສິດທິຜົນການເຂົ້າຮ່ວມບັນດາຂອບເຂດ, ກົນໄກຮ່ວມມືໃນພາກພື້ນອາຊີຕາເວັນອອກ. ຫວຽດນາມ ເປັນເຈົ້າການນຳສະເໜີ ແລະ ເຂົ້າຮ່ວມບັນດາຂໍ້ລິເລີມຕ່າງໆເພື່ອແນໃສ່ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວຂອງເວທີປາໄສເສດຖະກິດໂລກ.