ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸດ ສຸດຍອດກ່ຽວກັບນິວເຄຼຍ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸດ ສຸດຍອດກ່ຽວກັບນິວເຄຼຍ - ảnh 1
ການພົບປະລະຫວ່າງ ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ແລະ ທ່ານ​ປະທານາທິບໍດີ ສ.​ເກົາຫຼີ ເມື່ອປີ 2009
( ພາບ: chinhphu )


( vovworld ) – ​ຕອນ​ບ່າຍ​ວັນ​ທີ 26/3, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມ​ດ້ວຍ​ພັນ​ລະ​ຍາ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​​ໄປ​ຮອດ​ນະຄອນຫຼວງ Seoul, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສ.​ເກົາຫຼີ​ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2​ ເຊິ່ງຈັດ​ຂຶ້ນ​ຢູ່​ປະ​ເທດ​ນີ້​ຕາມຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Lee Myung Bak. ອອກ​ຕ້ອນ​ຮັບທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢູ່​ສະໜາມ​ບິນມີ​ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີສ.​ເກົາຫຼີ Lee Ju Ho, ​ເອກ​ອັກຄະ​ລັດຖະທູດ​ສ.​ເກົາຫຼີ ປະຈຳ​ຫວຽດນາມ, ຜູ້​ຕ່າງ​ໜ້າ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ສ.​ເກົາຫຼີ Tran Trong Toan. ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2 ພວມ​ດຶງ​ດູ​ດຄວາມສົນ​ໃຈ​​ຂອງ​ທົ່ວ​ໂລກ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນ 50 ທ່ານ​ທີ່​ເປັນປະ​ມຸກ​ລັດ, ຜູ້ນຳ​ໜ້າ​ລັດຖະບານ​ບັນດາ​ປະ​ເທດ, ນັບ​ທັງ​ບັນດາ​ປະ​ເທດ​ທີ່​ຍັງ​ບໍ່​ທັນ​ມີ​ຄວາມ​ສາມາດ​ດ້ານ​ນິວ​ເຄຼຍ. ໃນການເຂົ້າ​ຮ່ວມ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​​ຈະຢືນຢັນ​ກັບ​ໂລກ​ອີກ​​ເທື່ອ​ໜື່ງກ່ຽວ​ກັບນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປ່າຍ​ຂອງ​ຫວຽດນາມ ​ໃນ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​​ເປົ້າໝາຍ​ສັນຕິພາບ, ສະ​ແດງ​​ໃຫ້​ເຫັນ​ຢ່າງຈະ​ແຈ້ງວ່າ​ຫວຽດນາມ ​ແມ່ນປະ​ເທດທີ່​ມີ​ຄວາມ​ຮັບ​ພິດ​ຊອບ, ​ເປັນ​ເຈົ້າ​ການ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​​ແກ້​ໄຂ​ບັນຫາ​ໜື່ງທີ່​ຮັບ​ຄວາມ​ສົນໃຈຮ່ວມ ຂອງ​ປະຊາ​ຄົມ​ໂລກ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຍັງຈະ​ພ້ອມ​ກັບ​ບັນດາ​ປະມຸກ​ລັດ, ຜູ້ນຳ​ໜ້າ​ລັດຖະບານ​ຂອງບັນດາ​ປະ​ເທດ​ແລກປ່ຽນມາດ​ຕະການ​ຫຼາຍ​ຢ່າງ​​ເພື່ອເພີ່ມ​ທະວີ​ຄວາມ​ສະຫງົບ​ປອດ​​ໄພດ້ານນິວ​ເຄຼຍ​ໃນ​ສະພາບ​ການ​ໃໝ່, ຊຸກຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ​ເພື່ອ​ຈຸດໝາຍ​ສັນຕິພາບ. ການ​ຢ້ຽມຢາມ​ຄັ້ງ​ນີ້ເພື່ອ​ແນ​ໃສ່​ຢືນຢັນ​ວ່າ ຍາມ​ໃດຫວຽດນາມກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ຄູ່ຮ່ວມ​ມືກັບສ.​ເກົາຫຼີ ຍິ່ງກວ່າ​ອີກ​. ທ່ານ​ນາຍົກລັດຖະມົນຕີ ຈະ​ພ້ອມ​ກັບ​ບັນດາ​ປະມຸກ​ລັດສ.​ເກົາຫຼີ​ ປຶກສາ​ຫາລື ​ແລະ ​ເປັນ​​ເອກະພາບ​ນຳ​ກັນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ລົງທຶນ, ການ​ສຶກສາ​ບຳລຸງ​ສ້າງ, ​ແຮງ​ງານ ກໍ​ຄືການ​ຕັດສິນ​ໃຈ​ບັນລຸ​​ຈຸດໝາຍ​ຍົກ​ວົງ​​ເງິນ​ການ​ຄ້າ​ສອງ​ສົ້ນລະ​ຫວ່າງ​ຫວຽດນາມ - ສ.​ເກົາຫຼີ ຂຶ້ນ​ເຖິງ 20 ຕື້ USD ​ໃນ​ປີ 2015. ຢູ່ນອກ​ຂອບ​ເຂດກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ນາຍົກລັດຖະມົນຕີຝລັ່ງ Francois Fillon. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ໜັກ​ວ່າ ຢາມ​ໃດ​ຫວຽດນາມ​ ກໍ​ຖື​ການ​ພົວພັນ​ກັບ​ຝລັ່ງ​ເປັນ​ສຳຄັນ, ​​ແມ່ນຄູ່​ຮ່ວມ​ມື​​ບຸລິມະສິດຂອງ​ຫວຽດນາມຢູ່​ເອີ​ລົບ ​ແລະ ​ໃນ​ໂລກ. ຫວຽດນາມ ປາດ​ຖະໜາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝລັ່ງ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂົງ​ເຂດ​ຮັບບຸລິມະສິດຄື ພະລັງງານ, ການບິນ, ອະວະກາດ, ພື້ນຖານ​​ໂຄງ​ລ່າງຄົມມະນາຄົມ… ນາຍົກລັດຖະມົນຕີ​ທັງ​ສອງ​ທ່ານ​ກໍ​ເຫັນ​ດີ​ວ່າ ສອງ​ຝ່າຍ​ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ເຫດການ​ທີ​ສຳຄັນ​ໃນ​ປີຝລັ່ງ - ຫວຽດນາມ 2013 ຢ່າງ​ຕັ້ງໜ້າ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢູ່​ບັນດາ​ເວ​ທີ​ປາ​ໄສ​ສາກົນ​ກໍ​ຄື​ສະຫະ​ປະຊາ​ຊາດ, ​ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ, UNESCO ​ແລະ ພ້ອມ​ກັນ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ກົນ​ໄກ​ສາກົນ ​ແລະ ພາກພື້ນ…
ຂ່າວ/ບົດ​ອື່ນ