ທ່ານນາຍົກລັດຖະມົນຕີ Nguyen Tan Dung ເປັນປະທານກອງປະຊຸມ ປະຈຳເດືອນຂອງ ລັດຖະບານ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ເປັນປະທານກອງປະຊຸມ ປະຈຳເດືອນຂອງ ລັດຖະບານ - ảnh 1
( ກອງ​ປະຊຸມ​ປະຈຳ​ເດືອນ​ 6 ຂອງລັດຖະບານ​ )

( vovworld ) -   ​​​ໃນ​ລະຫວ່າງ​ວັນ​ທີ 2 – 3/7, ຢູ່​ສຳນັກງານ​ລັດຖະບານທີ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ Nguyen Tan Dung ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ​ 6 ຂອງລັດຖະບານ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ 6 ​ເດືອນ​ຕົ້ນ​ປີ 2012. ຕາມ​ການ​ຕີ​ລາຄາ​ລວມທີ່​ກອງ​ປະຊຸມ; ​ເສດຖະກິດ, ສັງຄົມ​ໃນ 6 ​ເດືອນ​ຕົ້ນ​ປີ 2012 ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ, ຖືກ​ທິດ ​ແລະ ຖືກ​ກັບ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ ດ້ວຍ​ໝາກຜົນ​ທີ່​ບັນລຸ​ໄດ້​​ຢ່າງ​ຮອບດ້ານພໍ​ສົມຄວນ​ໃນ​ທຸກ​ຄົົງ​ເຂດ. ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ຈຸດໝາຍ​ໃຫ້​ບຸລິມະສິດ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢ່າງ​ສຳ​ເລັດຜົນ, ​ການ​ຮັກ​ສາເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັກສາ​ການ​ເຕີບ​ໂຕ​ແມ່ນ 4,38% ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ໃນ​ເບື້ອງ​ຕົ້ນ​ໃນ​ການ​ສ້າງ​​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ດ້ວຍ​ບ້ວງ​ສິນ​ເຊື່ອ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ມີທັດສະນະ​ວ່າ.

        “ ຢາກ​ເພີ່ມ​ຍອດຄວາມ​ຕ້ອງການ, ຫຼຸດຜ່ອນ​ສະພາບສິ້ນ​ຄ້າ​ທີ່​ຄ້າງ​ສາງຊື້​ນັ້ນ, ບ້ວງ​ສິນ​ເຊື່ອ​ແມ່ນ​ສຳຄັນ​ທີ່​ສຸດ. ຂ້າພະ​ເຈົ້າ​ສະ​ເໜີ​​ເພີ່ມບ້ວງ​ສິນ​​ເຊື່ອຂຶ້ນ​ປະມານ 10% ​ແມ່ນ​ຈະຮັບ​ຜົນ​ສຳ​ເລັດ​, ອັດ​ຕາດ​ອກ​ເບ້ຍນັ້ນນຳ​​ໃຊ້ໃນຂົງ​ເຂດກະສິກຳຊົນ​ນະບົດ, ຊາວ​ກະສິກອນ, ວິ​ສາ​ຫະກິດ​ສົ່ງ​ອອກ, ຂະໜາ​ດກາງ ​ແລະ ນ້ອຍ​ ແລະ ອຸດສາຫະກຳ​ສຳຮອງ. ທີ່​ສອງ​​ແມ່ນ​ພ້ອມ​ກັນ​ນັ້ນ ຕ້ອງ​ແກ້​ໄຂ​ໜິ້​ເສຍ​ຢ່າງ​ມີ​ໄຫວ​ພິບ. ບໍ່​ພຽງ​ແຕ່​ລໍຖ້າ​ການ​ສ້າງ​ບໍລິສັດ​ຊື້​ຂາຍ​ໜີ້​ສິນເທົ່າ​ນັ້ນ, ຫາກ​ດ້ວຍ​ວິທີ​​ໃດ​ໜຶ່ງໜີ້​ເສຍ​ຕ້ອງ​ມີ​ຊັບ​ສົມບັດຄ້ຳປະກັນປະມານ​ 80%, ຕ້ອງ​ລະມັດລະວັງ​ຕໍ່​ຄວາມ​ສ່ຽງ ​ແລະ ​ເມື່ອ​ເກີດ​ຂຶ້ນຕ້ອງ​ແກ້​ໄຂ​ຖືກ​ຕາມ​ກົດໝາຍ, ຖືກ​ຕາມ​ຂໍ້​ກຳນົດ, ຕ້ອງ​ຢືດໝັ້ນ​ໂຄງ​ການ​ສ້າງປະກອບ​ບັນດາ​ທະນາຄານ​ຄືນ​ໃໝ່ ​ເພື່ອ​ປັບປຸງ​​ບັນດາ​ທະນາຄານ​ອ່ອນ​ດ້ອຍ​”

        ກໍ​ໃນ​ກອງ​ປະຊຸມເດືອນ 6 ຂອງ​ລັດຖະບານ​, ບັນດາ​ສະມາຊິກ​ລັດຖະບານ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ ​ແລະ ມາດ​ຕະການ​ຫຼຸດຜ່ອນ​ອາກອນລາຍ​ຮັບ​ໃຫ້​ແກ່​ວິ​ສາ​ຫະກິດ, ອາກອນ​ມຸນ​ຄ່າ​ເພີ່ມ, ມາດ​ຕະການຖອນ​ເງິນ​ທຶນ​​ຂອງບັນດາ​ກຸ່ມບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງລັດ​ຕາມ​ກົນ​ໄກ​ການ​ຕະຫຼາດ; ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ເຖິງ​ປີ 2020 ​ແລະ ຮ່າງ​ກົດໝາຍ​ສຳຄັນ​ອື່ນໆ​ອີກຈຳນວນ​ໜຶ່ງ.

ຂ່າວ/ບົດ​ອື່ນ