ທ່ານນາຍົກລັດຖະມົນຕີ ຈະດຳເນີນການໂອ້ລົມສົນທະນາກັບຊາວໜຸ່ມກົງກັບໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມ

(VOVWORLD) - ເຂົ້າຮ່ວມລາຍການມີຜູ້ຕາງໜ້າການນຳບັນດາກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະສູນກາງ ແລະ ຜູ້ແທນຊາວໜຸ່ມປະມານ 300 ຄົນ
ທ່ານນາຍົກລັດຖະມົນຕີ ຈະດຳເນີນການໂອ້ລົມສົນທະນາກັບຊາວໜຸ່ມກົງກັບໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມ - ảnh 1ການໂອ້ລົມສົນທະນາກັບຊາວໜຸ່ມປີ 2023
(ພາບປະກອບ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26 ມີນາ 1931 – 26 ມີນາ 2024), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະພົບປະ ແລະ ດຳເນີນການໂອ້ລົມສົນທະນາໂດຍກົງກັບຊາວໜຸ່ມ, ຄາດວ່າຈະຈັດຂຶ້ນໃນວັນທີ 25 ມີນາ.

        ເຂົ້າຮ່ວມລາຍການມີຜູ້ຕາງໜ້າການນຳບັນດາກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະສູນກາງ ແລະ ຜູ້ແທນຊາວໜຸ່ມປະມານ 300 ຄົນ ທີ່ຕາງໜ້າໃຫ້ບັນດາກຸ່ມ: ລັດຖະກອນ, ພາລະກອນ; ກຳລັງປະກອບອາວຸດ; ນັກທຸລະກິດໜຸ່ມ; ກຳມະກອນ; ນັກຮຽນ, ນັກສຶກສາ; ຊາວໜຸ່ມເຂດຊົນນະບົດ; ຊາວໜຸ່ມເຂດຕົວເມືອງ; ຊາວໜຸ່ມເຂດຊົນເຜົ່າສ່ວນໜ້ອຍ; ຊາວໜຸ່ມເຊື່ອຖືສາສະໜາ; ຊາວໜຸ່ມເປັນຄົນພິການ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ຈະພົບປະ, ຍ້ອງຍໍສັນລະເສີນ 10 ແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ແລະ 10 ແບບຢ່າງໜຸ່ມ ຫວຽດນາມ ແງ່ຫວັງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ