ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊູ​ດັງ ຖືກກອງ​ທັບຈັບ​ກຸມ​ຢູ່​ເຮືອນ​ສ່ວນ​ຕົວ​ໃນ​ການ​ກໍ່​ລັດ​ຖະ​ປະ​ຫານ​

(VOVWORLD) -ຫ້ອງວ່າການນາຍົກລັດຖະມົນຕີ ຊູດັງ ຢັ້ງຢືນວ່າ ສຳລັບທ່ານນາຍົກລັດຖະມົນຕີ Abdalla Hamdok, ຜູ້ຖືກໂຄ່ນລົ້ມໃນການກໍ່ລັດຖະປະຫານ ໃນວັນທີ 25 ຕຸລານັ້ນ,  ຝ່າຍກໍ່ລັດຖະປະຫານຫາກໍໄດ້ປ່ອຍຕົວກັບເມືອເຮືອນ ຢູ່ເມືອງ Kafouri, Khartoum. ເຖິງຢ່າງໃດກໍຕາມ, ທ່ານ Hamdok ຍັງຢູ່ພາຍໃຕ້ການຕິດຕາມຢ່າງເຄັ່ງຄັດຈາກກອງທັບ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊູ​ດັງ ຖືກກອງ​ທັບຈັບ​ກຸມ​ຢູ່​ເຮືອນ​ສ່ວນ​ຕົວ​ໃນ​ການ​ກໍ່​ລັດ​ຖະ​ປະ​ຫານ​ - ảnh 1ທ່ານນາຍົກລັດຖະມົນຕີ ຊູດັງ  Abdalla Hamdok (ພາບ: TTXVN)

ວັນທີ 26 ຕຸລາ, ຫ້ອງວ່າການນາຍົກລັດຖະມົນຕີ ຊູດັງ ຢັ້ງຢືນວ່າ ສຳລັບທ່ານນາຍົກລັດຖະມົນຕີ Abdalla Hamdok, ຜູ້ຖືກໂຄ່ນລົ້ມໃນການກໍ່ລັດຖະປະຫານ ໃນວັນທີ 25 ຕຸລານັ້ນ,  ຝ່າຍກໍ່ລັດຖະປະຫານຫາກໍໄດ້ປ່ອຍຕົວກັບເມືອເຮືອນ ຢູ່ເມືອງ Kafouri, Khartoum. ເຖິງຢ່າງໃດກໍຕາມ, ທ່ານ Hamdok ຍັງຢູ່ພາຍໃຕ້ການຕິດຕາມຢ່າງເຄັ່ງຄັດຈາກກອງທັບ, ໃນຂະນະ ທີ່ການນຳພົນລະເຮືອນຍັງຖືກກັກຂັງຢູ່.

        ໃນການກໍ່ລັດຖະປະຫານ ໃນວັນທີ 25 ຕຸລາ, ກອງທັບ ຊູດັງ ໄດ້ກັກຂັງສະມາຊິກໃນຄະນະລັດຖະບານເກືອບທັງໝົດ ແລະ ທ່ານນາຍົກລັດຖະມົນຕີ Abdalla Hambok ກໍຖືກຈັບກຸມຢູ່ເຮືອນສ່ວນຕົວຂອງ ນາຍພົນ Abdel Fattah al –Burhan, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ຊູດັງ. ໃນຂະນະນັ້ນ, ກຳລັງທະຫານໄດ້ຍິງປືນເພື່ອປາບປາມການແຫ່ຂະບວນປະທ້ວງຂອງປະຊາຊົນນັບໝື່ນຄົນທີ່ສະໜັບສະໜູູນລັດຖະບານຂ້າມຜ່ານ ເຊິ່ງເຮັດໃຫ້ມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ 12 ຄົນ. ນາຍພົນ Burhan ຢັ້ງຢືນວ່າ ການກະທຳດັ່ງກ່າວຂອງກອງທັບບໍ່ແມ່ນເພື່ອແນໃສ່ກໍ່ລັດຖະປະຫານ ຍ້ອນວ່າ ກອງທັບພວມມານະພະຍາຍາມດັດປັບຂັ້ນຕອນການປ່ຽນແປງທາງການເມືອງ, ພ້ອມທັງ “ໃຫ້ຄຳໝັ້ນສັນຍາກັບ ປະຊາຊົນ ຊູດັງ ແລະ ທົ່ວໂລກວ່າ ຈະປົກປ້ອງຂັ້ນຕອນການປ່ຽນແປງນີ້”. ທ່ານ Burhan ຖະແຫຼງວ່າ ຈະສ້າງຕັ້ງລັດຖະບານໜຶ່ງ ທີ່ບໍ່ມີພຽງແຕ່ນັກການເມືອງເທົ່ານັ້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສ້າງລະບອບຂອງປະເທດໃຫ້ຄືກັບສານປະຊາຊົນສູງສຸດ. 


ຕອບກັບ

ຂ່າວ/ບົດ​ອື່ນ