(VOVWORLD) - ລັດຖະບານຂອງທ່ານນາງ ຈະສືບຕໍ່ສຸມໃສ່ເຂົ້າບັນດາບັນຫາໜູນຊ່ວຍສັງຄົມ, ຍູ້ແຮງບັນດາມາດຕະການເພື່ອເພີ່ມທະວີຄວາມໝັ້ນຄົງ, ການປ້ອງກັນຊາດ, ການຕ່າງປະເທດ…
ພາຍຫຼັງມີຂໍ້ມູນຂ່າວຢັ້ງຢືນກ່ຽວກັບໄຊຊະນະຂອງສຳພັນທະມິດກຳອຳນາດທີ່ການເລືອກຕັ້ງສະພາຕ່ຳຄັ້ງທີ 51 ໃນຕອນຄ່ຳວັນທີ 08 ກຸມພາ, ທ່ານນາງ Takaichi Sanae, ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຈັດການປະຊຸມຖະແຫຼງຂ່າວໃນເວລາສັ້ນ. ຢູ່ທີ່ນີ້, ມີນະໂຍບາຍພາຍຫຼັງການເລືອກຕັ້ງຈຳນວນໜຶ່ງໄດ້ປະກາດ.
ປະທານພັກເສລີພາບປະຊາທິປະໄຕກຳອຳນາດ (LDP), ນາຍົກລັດຖະມົນຕີ ທ່ານນາງ Takaichi Sanae ໃຫ້ຮູ້ວ່າ ລັດຖະບານຂອງທ່ານນາງ ຈະສືບຕໍ່ສຸມໃສ່ເຂົ້າບັນດາບັນຫາໜູນຊ່ວຍສັງຄົມ, ຍູ້ແຮງບັນດາມາດຕະການເພື່ອເພີ່ມທະວີຄວາມໝັ້ນຄົງ, ການປ້ອງກັນຊາດ, ການຕ່າງປະເທດ… ກ່ຽວຂ້ອງເຖິງອະນາຄົດຂອງສຳພັນທະມິດກຳອຳນາດລະຫວ່າງ LDP ແລະ ພັກ Ishin no Kai, ພ້ອມກັນສ້າງໂຄງປະກອບລັດຖະບານ ຍີ່ປຸ່ນ ໃນໄລຍຈະມາເຖິງ, ທ່ານນາງ Takaichi Sanae ໃຫ້ຮູ້ວ່າ:
“ນັບແຕ່ກ່ອນມາຮອດປະຈຸບັນ, ຍາມໃດຂ້າພະເຈົ້າປາດຖະໜາວ່າພັກ Ishin no Kai ຈະພ້ອມກັນແບກຫາບໜ້າທີ່ໃນລັດຖະບານ ແລະ ມາຮອດປະຈຸບັນ, ທັດສະນະນັ້ນບໍ່ມີການປ່ຽນແປງ. ແຕ່ຍັງບໍ່ທັນຮູ້ວ່າພັກ Ishin no Kai ຈະມີຄຳຕອບຄືແນວໃດກ່ຽວກັບບັນຫານີ້, ແຕ່ລັດຖະບານໃນປະຈຸບັນແມ່ນກຸ່ມທີ່ດີທີ່ສຸດ. ຂ້າພະເຈົ້າຍັງບໍ່ທັນມີແຜນປ່ຽນແປງບໍ່ວ່າສິງໃດ. ເຖິງຢ່າງໃດກໍ່ຕາມ, ຖ້າມີການສະເໜີເຂົ້າຮ່ວມ 1 ທີ່ນັ່ງໃນລັດຖະບານຈາກພັກ Ishin no Kai, ຂ້າພະເຈົ້າຈະຊັ່ງຊາບັນຫານີ້”.
ໄລ່ຮອດເວລາ 22 ໂມງ 30 ນາທີຂອງວັນທີ 08 ກຸມພາ, ຈຸດເວລາທ່ານນາງນາຍົກລັດຖະມົນຕີ Ishin no Kai ຈັດການປະຊຸມຖະແຫຼງຂ່າວ, ສຳພັນທະມິດກຳອຳນາດຍາດໄດ້ 290 ທີ່ນັ່ງຢູ່ສະພາຕ່ຳ, ໃນນັ້ນ LDP ມີ 226 ທີ່ນັ່ງ ແລະ Ishin no Kai ກວມເອົາ 24 ທີ່ນັ່ງ.