ທ່ານນາຍົກລັດຖະມົນຕີ ຕອບສຳພາດຕໍ່ນັກຂ່າວ ຕ່າງປະເທດ

ທ່ານນາຍົກລັດຖະມົນຕີ ຕອບສຳພາດຕໍ່ນັກຂ່າວ ຕ່າງປະເທດ - ảnh 1
(ພາບ:chinhphu.vn)

(vovworld) – ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ສະມັດຊາ​ໃຫຍ່ສປຊຊຸດ​ທີ 68, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ຕອບ​ສຳພາດ​ຕໍ່​ບັນດາ​ນັກ​ຂ່າວ​ຂອງ​ສຳນັກ​ຂ່າວສານ Bloomberg, ITAR – TASS, Kyodo ​ແລະ Yonhap.

        ​ເມື່ອ​ຕອບ​ສຳພາດ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຈຸດໝາຍ​ຂອງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງ​ວ່າ ຫວຽດນາມ ມີ​ທັດສະນະສະ​ເໝີ​ຕົ້ນສະ​ເໝີ​ປາຍ​ປະຕິບັດ​ແນວທາງການ​ຕ່າງປະ​ເທດ​ເອກະລາດ, ​​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວພັນ​ກັບ​ສາກົນເປັນຫຼາຍ​ຮູບ​ຫຼາຍ​ແບບ. ຫວຽດນາມ ປາດ​ຖະໜາ​ຢາກ​ເປັນ​ເພື່ອນ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາປະຊາ​ຊາດ​ໃນ​ໂລກ. ​ເຕື້ອງ​ເຖິງຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ “ກົດໝາຍສິດ​ທະ​ມະນຸດ​ຫວຽດນາມ” ຄາດ​ວ່າ​ສະພາ​ສູງ​ອາ​ເມ​ລິ​ກາ ຈະ​ຮັບຮອງ​ເອົາ​ໃນ​ເດືອນ 11 ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີຢືນຢັນ​ວ່າ ຖ້າ​ຫາກ​ກົດໝາຍ​ນັ້ນ​ໄດ້​ຮັບ​ການ​ຮັບຮອງ​​ເອົາ ນັ້ນ​ຈະ​ແມ່ນ​ການ​ຖອຍຫຼັງ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ​​ເພາະ​ມະຕິ​ນັ້ນ​ບໍ່​ສອງ​ແສງ​ຖືກຕ​້ອງກັບ​ສະພາບ​ຕົວ​ຈິ່ງ​ຢູ່​ຫວຽດນາມ, ​ແມ່ນ​ການ​ແຊກ​ແຊງ, ຈັດ​ວາງ​ທາງ​ດ້ານ​ການ​ເມືອງ​ໃສ່​ປະ​ເທດ​ອື່ນ.

        ​ເມື່ອ​ຕອບ​ຄຳ​ຖາມ​ວ່າ ​ເມື່ອ​ຈີນ ພື້ນ​ຕົວ​ຂຶ້ນ​ຈະ​ສົ່ງ​ຜົນ​ສະທ້ອນ​ຕໍ່​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ​ຫຼື​ບໍ່, ທ່ານ​ນາຍົກລັດຖະມົນຕີ ຢືນຢັນຄວາມ​ເຂັ້ມ​ແຂງຂອງ​ຈີນ ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ພາກ​ພື້ນ ​ແລະ ທົ່ວ​ໂລກ ​ແຕ່​ດ້ວຍ​ເງື່ອນ​ໄຂ​ທີ່​ວ່າ ຈີນ ຕ້ອງ​ເຄົາລົບ​ເອກະລາດ, ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນ, ​ເຄົາລົບ​ກົ​ດໝາຍ​ສາກົນ. ກ່ຽວ​ຂ້ອງ​ເຖິງ​ການ​ພິພາດ​ບົນ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ ​ໃນ​ຕົວ​ຈິງປະຈຸ​ບັນມີຄວາມ​ແຕກ​ຕ່າງ​ລະຫວ່າງ​ຈີນ ກັບ​ບາງ​ປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ອະທິປະ​ໄຕ​ບົນ​ທະ​ເລ​ຕາ​ເວັນ​ອອກ, ​ແຕ່​ບັນດາ​ການ​ພິພາດ​ນັ້ນໄດ້​ຮັບ​ການ​ປຶກສາ​ຫາລື​ລະຫວ່າງ​ຈິນ ​ແລະ ອາ​ຊຽນ, ​ໄດ້​ຍົກ​ອອກຖະ​ແຫຼງການ​ຮ່ວມກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ປະຈຸ​ບັນ, ​ອາ​ຊຽນ ​ແລະ ຈີນ ພວມ​ມະນະ​ພະຍາຍາມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະມວນຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ