ທ່ານນາຍົກລັດຖະມົນຕີ ຟ້າມິນຈີງ ເຮັດວຽກຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) -
ທ່ານນາຍົກລັດຖະມົນຕີ ຟ້າມິນຈີງ ເຮັດວຽກຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ຢ້ຽມຢາມໂຮງງານປຸງແຕ່ງເຂົ້າສານຂອງບໍລິສັດ ເຂົ້າສານ ຫວຽດນາມ ຈຳກັດ)

ໂດຍສືບຕໍ່ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ຕອນເຊົ້າວັນທີ 13 ສິງຫາ, ທ່ານນາຍົກລັດຖະມົນຕີໄດ້ມີບັນດາການເຄື່ອນໄຫວຢູ່ແຂວງ ດົ່ງທາບ.

ເມື່ອໄປຢ້ຽມຢາມໂຮງງານປຸງແຕ່ງເຂົ້າສານຂອງບໍລິສັດ ເຂົ້າສານ ຫວຽດນາມ ຈຳກັດ (VINARICE) ຢູ່ເມືອງ ທາບເມື່ອຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນັ້ນໜັກວ່າ, ຍາມໃດພັກ, ລັດ ກໍ່ເອົາໃຈໃສ່ເຖິງກະສິກຳທີ່ສຸດ, ຊື່ງແມ່ນເສົ້າຄຳຂອງພື້ນຖານເສດຖະກິດ, ປະກອບສ່ວນສຳຄັນເຂົ້າໃນການຄວບຄຸມໄພເງິນເຟີ້. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ VINARICE ຕັ້ງໜ້າເຂົ້າຮ່ວມລະບົບສະໜອງທົ່ວໂລກ, ຍົກສູງກຳລັງແກ່ງແຍ້ງຂອງຜະລິດຕະພັນເຂົ້າສານຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ VINARICE ເອົາໃຈໃສ່ລົງທຶນ, ກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າຢ່າງຍາວນານ.

ທ່ານນາຍົກລັດຖະມົນຕີ ຟ້າມິນຈີງ ເຮັດວຽກຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ທີ່ການເຮັດວຽກກັບບັນດາກະຊວງ, ຂະແໜງການ ແລະ ການນຳ 13 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ)

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ສິງຫາ, ຢູ່ນະຄອນ ເກີນເທີ, ທີ່ການເຮັດວຽກກັບບັນດາກະຊວງ, ຂະແໜງການ ແລະ ການນຳ 13 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກ່ຽວກັບສະພາບການດິນຖືກຫຼຸດລົງ, ຄັນຄູແມ່ນ້ຳ, ຝັ່ງທະເລຖືກເຊາະເຈືອນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນເພີ່ມທະວີ ແລະ ລະດົມແຫຼ່ງກຳລັງຈາກປະຊາຊົນເຂົ້າຮ່ວມການປ້ອງກັນ, ຕ້ານເລື່ອງດິນຖືກຫຼຸດລົງ, ຄັນຄູແມ່ນ້ຳ, ຝັ່ງທະເລຖືກເຊາະເຈືອນ ແລະ ນ້ຳຖ້ວມ; ມີມາດຕະການແກ້ໄຂຢ່າງຮີບດ່ວນໃນຕໍ່ໜ້າ ແລະ ຍາວນານ ເພື່ອຮັບມືກັບສະພາບການດັ່ງກ່າວ.

ໃນໄລຍະຍາວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນປະຕິບັດວຽກງານວາງແຜນໃຫ້ເປັນຢ່າງດີ; ຕີລາຄາສະພາບທີ່ພາໄປເຖິງເກີດສະພາບດິນເຊາະເຈືອນ, ຮັບປະກັນບັນດາລຸປະສິດທິຜົນ, ຍືນຍົງ, ຫຼີກລ້ຽງເລື່ອງສິ້ນເປືອງ. ທ່ານນາຍົກລັດຖະມົນຕີສະເໜີສືບຕໍ່ລະດົມບັນດາແຫຼ່ງກຳລັງຈາກລັດ; ພ້ອມທັງສ້າງກົນໄກ, ນະໂຍບາຍທີ່ເໝາະສົມ ເພື່ອຫັນບັນດາການລົງທຶນກິດຈະກຳປ້ອງກັນ, ຕ້ານການເຊາະເຈືອນເປັນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ