ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -ຕອນເຊົ້າວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະປະຕິບັດງານ ລັດຖະບານລົງກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນ ໂຮ່ຈີມິນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄປກວດກາວຽກງານຈັດຕັ້ງການແຍກຕົວໃນເຂດແຍກຕົວ ຂຶ້ນກັບຫໍພັກມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ (ພາບ: TTXVN)

ເມື່ອໄປກວດກາວຽກງານຈັດຕັ້ງການແຍກຕົວໃນເຂດແຍກຕົວ ຂຶ້ນກັບຫໍພັກມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕັກເຕືອນວ່າ ທາງນະຄອນຕ້ອງເອົາໃຈໃສ່ເປັນພິເສດເຖິງການເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນໃນເຂດແຍກຕົວ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ມາກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ບໍລິສັດ Nissei Electric Vietnam ແລະ ເຮັດວຽກນຳບໍລິສັດເຕັກໂນໂລຢີຊີວະສາດການຢາ Nanogen.

ແລະກໍ່ໃນຕອນບ່າຍວັນດຽວກັນກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມກັບການນຳນະຄອນໂຮ່ຈີມິນກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ