ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳບັນດາກຸ່ມບໍລິສັດເສດຖະກິດ ອົດສະຕາລີ

(VOVWORLD) - ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາກຸ່ມບໍລິສັດລົງທຶນດຳເນີນທຸລະກິດບັນລຸປະສິດທິຜົນ ແລະ ຍືນຍົງຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳບັນດາກຸ່ມບໍລິສັດເສດຖະກິດ ອົດສະຕາລີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳບໍລິສັດ Corio
(ພາບ: VGP)

        ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ ອົດສະຕາລີ, ຕອນບ່າຍວັນທີ 08 ມີນາ, ຢູ່ Canberra, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບການນຳກຸ່ມບໍລິສັດເສດະກິດ, ວິສາຫະກິດແຖວໜ້າ ອົດສະຕາລີ ຈຳນວນໜຶ່ງ ໃນບັນດາຂົງເຂດການລົງທຶນດ້ານການເງິນ ແລະ ພັດທະນາພື້ນຖານໂຄງລ່າງ; ຂຸດຄົ້ນ, ປຸງແຕ່ງແຮ່ທາດ; ຜະລິດ… ທີ່ພວມຢາກຮ່ວມມື ແລະ ລົງທຶນຢູ່ ຫວຽດນາມ.

        ທີ່ບັນດາການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາກຸ່ມບໍລິສັດໃນວິວັດການຄົ້ນຄວ້າ, ຜັນຂະຫຍາຍບັນດາໂຄງການຮ່ວມມືລະອຽດ, ສົມທົບກັບບັນດາກະຊວງ, ຂະແໜງການ, ວິສາຫະຫະກິດ ຫວຽດນາມ ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຖືກຕາມຂໍ້ກຳນົດ, ນຳໃຊ້ເຕັກໂນໂລຊີທັນສະໄໝ, ເພີ່ມທະວີການໜູນຊ່ວຍ, ຖ່າຍທອດເຕັກໂນໂລຊີ, ນຳບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງວ່າ.

        ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາກຸ່ມບໍລິສັດລົງທຶນດຳເນີນທຸລະກິດບັນລຸປະສິດທິຜົນ ແລະ ຍືນຍົງຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ