ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ ເຂົ້າຢ້ຽມອຳລາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ແລະ ຂອບໃຈຕໍ່ນ້ຳໃຈ, ຄວາມສຸດອົກສຸດໃຈຂອງທ່ານເອກອັກຄະລັດຖະທູດ Yamada Takio ໃນການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ ເຂົ້າຢ້ຽມອຳລາ - ảnh 1 ທີ່ການຕ້ອນຮັບ
(ພາບ: TTXVN)

        ຕອນບ່າຍວັນທີ 11 ເມສາ, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິນ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ແລະ ຂອບໃຈຕໍ່ນ້ຳໃຈ, ຄວາມສຸດອົກສຸດໃຈຂອງທ່ານເອກອັກຄະລັດຖະທູດ Yamada Takio ໃນການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ທ່ານສະເໜີວ່າ, ໃນໄລຍະຈະມາເຖິງ, ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ທ່ານ Yamada Takio ກໍ່ຈະສືບຕໍ່ເສີມຂະຫຍາຍບົດບາດ, ປະກອບສ່ວນເຂົ້າໃນການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ, ໂດຍສະເພາະ, ແມ່ນ: ເສດຖະກິດ, ການລົງທຶນ, ການດຶງດູດວິສາຫະກິດລົງທຶນເຂົ້າຂົງເຂດໃຫ້ບຸລິມະສິດ, ກໍຄືຂົງເຂດໃໝ່, ຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຊຸກຍູ້ການຮ່ວມມືແຮງງານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພົບປະແລກປ່ຽນປະຊາຊົນ… ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢ້ຳຄືນຄຳເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື້ອເຊີນພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ Yamada Takio ກໍ່ສະເໜີໃຫ້ ຫວຽດນາມ ສືບຕໍ່ພ້ອມກັບ ຍີ່ປຸ່ນ ຊຸກຍູ້ບັນດາໂຄງການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ພັດທະນາພະລັງງານທົດແທນ…

ຕອບກັບ

ຂ່າວ/ບົດ​ອື່ນ