ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາແຫ່ງຊາດປະຊາຊົນທຸກຂັ້ນອາຍຸການ 2026 – 2031
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕາແສງ ໄຕໂຮ່ ຈັດການເລືອກຕັ້ງຢ່າງມີປະຊາທິປະໄຕ, ຄວາມປອດໄພ, ຖືກຕ້ອງຕາມກົດໝາຍ, ມານະພະຍາຍາມປະຕິບັດ ແລະ ຮັບປະກັນວຽກງານຈັດຕັ້ງການເລືອກຕັ້ງໃຫ້ເປັນຢ່າງດີ.
ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາໄປປ່ອນບັດ ຢູ່ເຂດປ່ອນບັດເລືອກຕັ້ງເລກທີ 21, ຕາແສງ ໄຕໂຮ່, ຮ່າໂນ້ຍ (ພາບ: VOV) |
ຕອນເຊົ້າວັນທີ 15 ມີນາ, ຢູ່ເຂດປ່ອນບັດເລືອກຕັ້ງເລກທີ 21, ຂຶ້ນກັບຫົວໜ່ວຍເລືອກຕັ້ງເລກທີ 7, ຕາແສງ ໄຕໂຮ່, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ເລທິບິກເຈິນ ໄດ້ປະຕິບັດສິດ ແລະ ພັນທະພົນລະເມືອງ, ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2026 – 2031. ຢູ່ເຂດປ່ອນບັດ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງວຽກງານກະກຽມການເລືອກຕັ້ງຂອງຕາແສງ ໄຕໂຮ່, ເປັນຕົ້ນແມ່ນເຂດປ່ອນບັດເລືອກຕັ້ງເລກທີ 21 ແລະ ສະເໜີຄະນະກຳມະການເລືອກຕັ້ງຕາແສງ ໄຕໂຮ່ ສ້າງເງື່ອນໄຂດີທີ່ສຸດເພື່ອ 100% ຜູ້ມີສິດເລືອກຕັ້ງໄປປ່ອນບັດສິດ, ພັນທະພົນລະເມືອງຂອງຕົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕາແສງ ໄຕໂຮ່ ຈັດການເລືອກຕັ້ງຢ່າງມີປະຊາທິປະໄຕ, ຄວາມປອດໄພ, ຖືກຕ້ອງຕາມກົດໝາຍ, ມານະພະຍາຍາມປະຕິບັດ ແລະ ຮັບປະກັນວຽກງານຈັດຕັ້ງການເລືອກຕັ້ງໃຫ້ເປັນຢ່າງດີ, ປາດຖະໜາຜູ້ມີສິດເລືອກຕັ້ງປະຕິບັດສິດເປັນເຈົ້າຂອງຕົນ ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຂອງປຊະຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ.