ການປະ​ກອບ​ສ່ວນ​ເພື່ອ​ນຳ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ສັງ​ກາດ​ບຸ​ກ​ບືນ

(VOVWORLD) - ໄລຍະພັດທະນາໃໝ່ຂອງ ຫວຽດນາມ ຮຽກຮ້ອງບັນດາສະມາຊິກໄດ້ຮັບການເລືອກຕັ້ງ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຕ້ອງເປັນຄົນທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ.
ການປະ​ກອບ​ສ່ວນ​ເພື່ອ​ນຳ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ສັງ​ກາດ​ບຸ​ກ​ບືນ - ảnh 1ອງທ່ານ Giulio Chinappi, ຜູ້ອຳນວຍການເຂດອາຊີ ຂອງສຳນັກພິມຈຳໜ່າຍ Anteo Edizioni (ອີຕາລີ) (ພາບ: TTXVN)

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນ ແລະ ພ້ອມກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນການປະກອບສ່ວນເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ງສັງກາດບຸກບືນ, ພັດທະນາຢ່າງຮັ່ງມີເຂັ້ມແຂງ, ສີວິໄລ. ນີ້ແມ່ນຂໍ້ສັງເກດຂອງທ່ານ Giulio Chinappi, ຜູ້ອຳນວຍການເຂດອາຊີ ຂອງສຳນັກພິມຈຳໜ່າຍ Anteo Edizioni (ອີຕາລີ), ນັກຊ່ຽວຊານກ່ຽວກັບ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວຢູ່ ໂຣມ. ຕາມທ່ານ Chinappi ແລ້ວ, ໄລຍະພັດທະນາໃໝ່ຂອງ ຫວຽດນາມ ຮຽກຮ້ອງບັນດາສະມາຊິກໄດ້ຮັບການເລືອກຕັ້ງ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຕ້ອງເປັນຄົນທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ເປັນແບບຢ່າງທີ່ດີກ່ຽວກັບຄວາມຊື່ກົງບໍລິສຸດ, ຈິດໃຈຄວາມຮັບຜິດຊອບ ແລະ ສຸດຈິດສຸດໃຈເພື່ອຜົນປະໂຫຍດແຫ່ງຊາດ, ສະຫວັດດີການຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ