​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin

(VOVWORLD) -    ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ເຊິ່ງພວມມີການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ.
​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: VOV)

ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເຫັນດີເປັນເອກະພາບຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກຮ່ວມມືສອງຝ່າຍ, ພິເສດ ແມ່ນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ; ເອກະພາບ ແລະ ຜັນຂະຫຍາຍບັນດາແຜນການສັງລວມການພັດທະນາການຮ່ວມມື ຫວຽດນາມ - ລັດເຊຍ ຮອດປີ 2030, ບັນຊີລາຍຊື່ບັນດາໜ້າທີ່ບຸລິມະສິດ ຫວຽດນາມ - ລັດເຊຍ ໄລຍະ 2024 – 2025 ໂດຍໄວ; ເພີ່ມທະວີການຮ່ວມມືດ້ານການເງິນ - ການສິນເຊື່ອສອດຄ່ອງກັບກົດໝາຍສາກົນ ແລະ ຂໍ້ກຳນົດກົດໝາຍສອງປະເທດ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນສອງປະເທດ.

        ການນຳສອງທ່ານ ກໍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນບາງຂົງເຂດ, ລວມມີ: ອາຍແກັດ - ພະລັງງານ, ວິທະຍາສາດ  - ເຕັກໂນໂລຢີ, ຖະແຫຼງຂ່າວ - ການສື່ສານ, ວັດທະນະທຳ, ກິລາ, ທ່ອງທ່ຽວ, ແຮງງານ, ພົວພັນແລກປ່ຽນປະຊາຊົນ, ການສຶກສາ, ໂຄສະນາພາສາ ຫວຽດ ແລະ ພາສາ ລັດເຊຍ ຢູ່ແຕ່ລະປະເທດ. ການນຳສອງຝ່າຍກໍໄດ້ຍາດເວລາແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ພົບປະກັບ ປະທານາທິບໍດີ ລັດເຊຍ Vladimir Putin
 
​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin - ảnh 2ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ພົບປະກັບ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin. ພາບ: VOV

ທີ່ການພົບປະກັບປະທານາທິບໍດີ ລັດເຊຍ Vladimir Putin ໃນຕອນບ່າຍວັນທີ 20 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ສະແດງຄຳອວຍພອນ ສະຫະພັນລັດເຊຍ ທີ່ໄດ້ຈັດຕັ້ງການເລືອກຕັ້ງປະທານາທິບໍດີ ລັດເຊຍ ປີ 2024 ສຳເລັດຜົນ.

ກ່ຽວກັບການພົວພັນຮ່ວມມືລະຫວ່າງລັດຖະສະພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນ ນີ້ແມ່ນຫນຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ; ປາດຖະຫນາຢາກໃຫ້ທ່ານປະທານາທິບໍດີ ສືບຕໍ່ສະຫນັບສະຫນູນ, ຊຸກຍູ້ການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດ.

        ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ເນັ້ນຫນັກວ່າ: ການຮ່ວມມືລະຫວ່າງລັດຖະສະພາ ແລະ ການຮ່ວມມືຂອງພັກການເມືອງຕົ້ນຕໍຂອງສອງປະເທດແມ່ນມີຄວາມສຳຄັນ ແມ່ນພື້ນຖານທີ່ດີເພື່ອຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ, ສ້າງກອບນິຕິກຳ, ພື້ນຖານກົດໝາຍ ປັບປຸງການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ທ່ານ Vladimir Putin  ຢືນຢັນ ທິດທາງການໃຫ້ບຸລິມະສິດຂອງ ລັດເຊຍ ແມ່ນຊຸກຍູ້ການພົວພັນກັບ ອາຊຽນ ແລະ ຖືວ່າ ການຮ່ວມມືນີ້ຈະຊຸກຍູ້ການພັດທະນາລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ