ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເກີນເທີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ກໍ່ຕອບບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງທີ່ໄດ້ຍົກອອກມາ ແລະ ສະເໜີໃຫ້ທຸກຂັ້ນ, ຂະແໜງການສືບຕໍ່ລວບລວມ, ອະພິບາຍ, ຮັບເອົາຄຳເຫັນ ແລະ ແກ້ໄຂບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເກີນເທີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງ
(ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 8 ກໍລະກົດ, ທີ່ນະຄອນ ເກີນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກີນເທີ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງນະຄອນ ເກີນເທີ ໄດ້ຮັບຊາບ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຜ່ານມາ ແລະ ສະພາບການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ກໍ່ຕອບບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງທີ່ໄດ້ຍົກອອກມາ ແລະ ສະເໜີໃຫ້ທຸກຂັ້ນ, ຂະແໜງການສືບຕໍ່ລວບລວມ, ອະພິບາຍ, ຮັບເອົາຄຳເຫັນ ແລະ ແກ້ໄຂບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ.

ສຳລັບນະຄອນ ເກີນເທີ ແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ທາງນະຄອນ ຍູ້ແຮງການປ່ອຍເງິນລົງທຶນພາກລັດ; ປະຕິຮູບລະບຽບການບໍລິຫານ; ຊຸກຍູ້ການປະຕິບັດບັນດາໂຄງການອຸດສາຫະກຳ, ກໍ່ສ້າງ, ອະສັງຫະລິມະຊັບ, ການຄ້າ; ຄົ້ນຄ້ວາ, ເປັນເຈົ້າການ, ມີນະໂຍບາຍໜູນຊ່ວຍວິສາຫະກິດ, ຊີວິດການເປັນຢູ່ຂອງແຮງງານໃຫ້ເໝາະສົມ… ກ່ຽວກັບບັນຫາກະສິກຳຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ຕ້ອງແກ້ໄຂການຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຂດແຄມແມ່ນ້ຳເຊາະເຈື່ອນ, ແຫ້ງແລ້ງ, ນ້ຳເຄັມເຊື່ອມ; ພັດທະນາພື້ນຖານໂຄງລ່າງຍຸດທະສາດ ຄົມມະນາຄົມທາງບົກ, ທາງອາກາດ, ທາງທະເລ, ທາງລົດໄຟ.

        ແລະ ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ໄປໄຫວ້ອາໄລທ່ານ ເລເຟືອກເທາະ, ອະດີດກຳມະການກົມການເມືອງ, ອະດີດເລຂາສູນກາງພັກກອມມູນິດ ຫວຽດນາມ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 6 ກໍລະກົດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ