ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ ໂຮງ​ຮຽນ​ຊົນ​ເຜົ່າ​ກິນນອນ ຢູ່​ແຂວງ​ຊອກ​ຈັງ

(VOVWORLD) - ຕອນເຊົ້າວັນທີ 28 ເມສາ, ໂດຍສືບຕໍ່ລາຍການປະຕິບັດວຽກງານຢູ່ແຂວງ ຊອກຈັງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະ ປະຕິບັດງານ ໄດ້ໄປຢ້ຽມຢາມ ຄູອາຈານ, ນັກຮຽນຢູ່ໂຮງຮຽນມັດທະຍົມຊົນເຜົ່າກິນນອນ ຮິ່ງເກືອງ ຢູ່ນະຄອນ ຊອກຈັງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ ໂຮງ​ຮຽນ​ຊົນ​ເຜົ່າ​ກິນນອນ ຢູ່​ແຂວງ​ຊອກ​ຈັງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ ໂຮງຮຽນຊົນເຜົ່າກິນນອນ ຢູ່ແຂວງຊອກຈັງ
(ພາບ: VOV)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຢຶ້ຢາມຖາມຂ່າວກ່ຽວກັບເງື່ອນໄຂການດຳເລົງຊີວິດ, ການຮ່ຳຮຽນຂອງພວກນ້ອງນັກຮຽນ, ກວດກາກໍລະນີ, ເຂດເຄິ່ງກິນນອນ, ເຂດດຳເນີນຊີວິດຮ່ວມກັນ, ຫ້ອງອາຫານຂອງໂຮງຮຽນ ແລະ ກຳແໜ້ນສະພາບການຕົວຈິງ ກ່ຽວກັບນະໂຍບາຍສຶກສາຕໍ່ພວກນ້ອງນັກຮຽນເຜົ່າສ່ວນໜ້ອຍ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ພວກນ້ອງບໍ່ພຽງແຕ່ຮ່ຳຮຽນໃຫ້ດີເທົ່ານັ້ນ ຫາກຍັງເອົາໃຈໃສ່ເຖິງການເຄື່ອນໄຫວນອກຫຼັກສູດ, ອອກກຳລັງກາຍ, ເຂົ້າຮ່ວມການເຄື່ອນໄຫວດ້ານ ກິລາ, ວັດທະນະທຳ, ສິລະປະ…

ເມື່ອແລກປ່ຽນກັບການນຳແຂວງຊອກຈັງ ແລະ ການນຳໂຮງຮຽນ, ທ່ານນາຍົກລັດຖະມົນຕີ ສະເໜີການນຳແຂວງ ສືບຕໍ່ເອົາໃຈໃສ່ພາລະກິດການສຶກສາ, ລົງທຶນໃສ່ພື້ນຖານໂຄງລ່າງສັງຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ ໃຫ້ຫຼາຍກ່ວາອີກ, ເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ຄູອາຈານ ແລະ ນັກຮຽນຢູ່ທີ່ນີ້ ຊ່ວຍພວກນ້ອງນັກຮຽນເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງຕົນໃຫ້ໄດ້ຢ່າງສຸດຂີດ.

ຕອບກັບ

ຂ່າວ/ບົດ​ອື່ນ