ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ວິ​ສາ​ຫະ​ກິດ​ຄວນ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ສາ​ປະ​ເທດ​ຊາດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢາກໃຫ້ນັກທຸລະກິດ ສືບຕໍ່ຮ່ວມເດີນທາງ ພ້ອມກັບປະເທດຊາດ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ພະຍາດໂຄວິດ - 19 ໃຫ້ຖອຍໄປ, ຟື້ນຟູ, ພັດທະນາເສດຖະກິດສັງຄົມ ໃຫ້ສຳເລັດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ວິ​ສາ​ຫະ​ກິດ​ຄວນ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ສາ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳຫັນທີ່ການພົບປະ 

ກ່າວຄຳຫັນທີ່ການພົບປະກັບນັກທຸລະກິດດີເດັ່ນ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 12 ຕຸລາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢາກໃຫ້ນັກທຸລະກິດ ສືບຕໍ່ຮ່ວມເດີນທາງ ພ້ອມກັບປະເທດຊາດ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ພະຍາດໂຄວິດ - 19 ໃຫ້ຖອຍໄປ, ຟື້ນຟູ, ພັດທະນາເສດຖະກິດສັງຄົມ ໃຫ້ສຳເລັດ; ທ່ານໄດ້ຢັ້ງຢືນເຖິງບົດບາດສຳຄັນຂອງຖັນແຖວນັກທຸລະກິດ, ວິສາຫະກິດ ໃນວິວັດການພັດທະນາປະເທດຊາດ. ຍາມໃດພັກ, ລັດກໍ່ເອົາໃຈໃສ່ແລະ ຕີລາຄາສູງຕໍ່ບົດບາດຂອງ ຖັນແຖວນັກທຸລະກິດ ແລະ ປະຊາຄົມວິສາຫະກິດ ຫວຽດນາມ. ທ່ານກ່າວວ່າ:

ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ມີຄວາມຮ່ວມແຮງຮ່ວມໃຈ, ຕັດສິນໃຈເສີມຂະຫຍາຍຄຸນຄ່າຊັບສົມບັດອັນລ້ຳຄ່າຂອງຊາດ ນັ້ນແມ່ນ ຈິດໃຈມະຫາສະມັກຄີ ທົ່ວປວງຊົນ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເພື່ອໃຫ້ພວກເຮົາຖືເອົາສິ່ງນັ້ນ ເປັນກຳລັງໜູນເພື່ອສູ້ຊົນບືນຕົວຂຶ້ນ, ເຮັດໃຫ້ຕົນເອງມີຄວາມແຂງແຮງກ່ວາ, ນັບມື້ນັບສົມບູນກ່ວາ, ເພື່ອໃຫ້ພວກເຮົາປະກອບສ່ວນປະຕິບັດເປົ້າໝາຍກໍ່ສ້າງປະເທດຊາດໃຫ້ເຂັ້ມແຂງແຮງກ້າ ແລະ ວັດທະນາຖາວອນ, ນຳເອົາຄວາມຜາສຸກ, ຄວາມອີ່ນໜຳສຳລານ ມາໃຫ້ປະຊາຊົນ. ຂ້າພະເຈົ້າຂໍຂອບອົກຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ມາຍັງສະຫະສະມາຄົມ ວິສາຫະກິດ, ນັກທຸລະກິດ ທີ່ຍາມໃດກໍ່ໄດ້ຮ່ວມເດີນທາງ, ຕອບສະໜອງພ້ອມກັບພັກ, ລັດ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ ຂອງພວກເຮົາ ແລະ ພ້ອມກັນປະຕິບັດຄວາມຄາດຫວັງໃນການກໍ່ສ້າງປະເທດຊາດ ໃຫ້ເຂັ້ມແຂງ ແຮງກ້າ  ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ