ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳເຫັນທີ່ພິທີ (ພາບ: qdnd.vn)

ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ການນຳເຂົ້າເຄື່ອນໄຫວໂຮງງານ ແລະ ຄຳໝັ້ນສັນຍາເປີດກວ້າງການລົງທຶນຂອງກຸ່ມບໍລິສັດ Hayat Kimya ຢູ່ຫວຽດນາມ ຍິ່ງສະແດງໃຫ້ເຫັນຄວາມດຶງດູດການລົງທຶນສາກົນຂອງຫວຽດນາມ ເວົ້າລວມ ແລະ ບິ່ງເຟືອກ ເວົ້າສະເພາະໃນສະພາບການໂຄວິດ. -19 ໄດ້ ແລະ ພວມລະບາດ ເຊິ່ງໄດ້ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ລະບົບການຜະລິດ, ການສະໜອງໃນທົ່ວໂລກ.

ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນ ທີ່ໄດ້ເລືອກເຟັ້ນມາລົງທຶນຢູ່ແຂວງ ບິ່ງເຟືອກ ເວົ້າລວມ ແລະ ຫວຽດນາມ ເວົ້າລວມ; ຮຽກຮ້ອງໃຫ້ບັນດານັກລົງທຶນສືບຕໍ່ປະກອບສ່ວນກໍ່ສ້າງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ; ປະກອບສ່ວນ ຮັກສາ, ສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ແລະກໍ່ໃນຕອນເຊົ້າວັນທີ 20/3, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງສຳຫຼວດຕົວຈິງ, ການກໍ່ສ້າງເສັ້ນທາງຄົມມະນາຄົມຈຳນວນໜຶ່ງຢູ່ແຂວງ ບິ່ງເຟືອກ ແລະ ຢ້ຽມຢາມເຂດປະສົມໂຮງງານປຸງແຕ່ງໄກ່ສົ່ງອອກ CPV FOOD.

ຕອບກັບ

ຂ່າວ/ບົດ​ອື່ນ