ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນທິມບານເຕະຍິງຫວຽດນາມ ເປັນຄັ້ງທຳອິດໄດ້ເຂົ້າຮອບຊິງຊະນະເລີດ World Cup 2023

(VOVWORLD) -ຕອນບ່າຍວັນທີ 10 ກຸມພາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການພົບປະ ແລະ ຍ້ອງຍໍທິມບານເຕະຍິງຫວຽດນາມ ແລະ ຄະນະຄູຝຶກ ພາຍຫລັງທິມບານເຕະຍິງໄດ້ກັບຄືນເມືອປະເທດ ດ້ວຍຜົນງານດີເດັ່ນ ເປັນຄັ້ງທຳອິດໃນປະຫວັດສາດໄດ້ເຂົ້າຮອບຊິງຊະນະເລີດ World Cup 2023.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນທິມບານເຕະຍິງຫວຽດນາມ ເປັນຄັ້ງທຳອິດໄດ້ເຂົ້າຮອບຊິງຊະນະເລີດ World Cup 2023 - ảnh 1ທິມບານເຕະຍິງ ຫວຽດນາມ ຢູ່ ສຳນັກງານລັດຖະບານ: ພາບ: VOV

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກວ່າ ເລື່ອງ ທິມບານເຕະຍິງແຫ່ງຊາດ ຫວຽດນາມ ໄດ້ເຂົ້າ World Cup 2023 ແມ່ນຜົນງານຍິ່ງໃຫຍ່ໃນປະຫວັດສາດບານເຕະ ຫວຽດນາມ. ຜົນງານນີ້ ແມ່ນໄດ້ນຳເອົາຄວາມປິຕິຊົມຊື່ນມາໃຫ້ທົ່ວປະເທດໃນຊຸມມື້ຕົ້ນປີໃຫມ່.

ທີ່ການພົບປະ, ຄູຝຶກ ມາຍດຶກຈູງ ພ້ອມກັບນັກເຕະບານຍິງ ໄດ້ແບ່ງປັນຄວາມຮູ້ສຶກຂອງຕົນ ແລະ ສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານ, ນາຍົກລັດຖະມົນຕີ, ສະຫະພັນບານເຕະ ຫວຽດນາມ ແລະ ປະຊາຊົນໃນທົ່ວປະເທດ ຍາມໃດກໍ່ເອົາໃຈໃສ່ ລະດົມໃຫ້ກຳລັງໃຈທິມບານເຕະຍິງແຫ່ງຊາດ. ຄູຝຶກ ມາຍດຶກຈູງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ທິມບານເຕະຍິງຈະສືບຕໍ່ມານະພະຍາຍາມບັນລຸຫລາຍຜົນງານດີກວ່າອີກເພື່ອຕອບສະຫນອງຄວາມມຸ່ງຫວັງຂອງພັກ, ລັດ, ລັດຖະບານ ແລະ ປະຊາຊົນທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ