ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຄວາມມານະພະຍາຍາມຢ່າງຂ້ຽວຂາດເພື່ອຟື້ນຟູເສດຖະກິດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກ ຕ້ອງຕັດສິນໃຈຢ່າງສູງ, ການກະທຳຂ້ຽວຂາດ, ມີປະສິດທິຜົນ, ມີໄຫວພິບ, ປະດິດຄິດສ້າງໃນການບໍລິຫານເພື່ອບັນລຸໝາກຜົນໃນໄຕມາດ 1, ສ້າງທ່ວງທ່າໃຫ້ທັງປີ 2022 ແມ່ນປີໄຊຊະນະໃນການຕໍ່ສູ້ຕ້ານໂລກລະບາດ, ຟື້ນຟູຢ່າງໄວ ແລະ ພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຄວາມມານະພະຍາຍາມຢ່າງຂ້ຽວຂາດເພື່ອຟື້ນຟູເສດຖະກິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ

ວັນທີ 3 ມີນາ ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມປະຈຳເດືອນ ກຸມພາ ຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກ ຕ້ອງຕັດສິນໃຈຢ່າງສູງ, ການກະທຳຂ້ຽວຂາດ, ມີປະສິດທິຜົນ, ມີໄຫວພິບ, ປະດິດຄິດສ້າງໃນການບໍລິຫານເພື່ອບັນລຸໝາກຜົນໃນໄຕມາດ 1, ສ້າງທ່ວງທ່າໃຫ້ທັງປີ 2022 ແມ່ນປີໄຊຊະນະໃນການຕໍ່ສູ້ຕ້ານໂລກລະບາດ, ຟື້ນຟູຢ່າງໄວ ແລະ ພັດທະນາແບບຍືນຍົງ.

ໃນເດືອນ ກຸມພາ ແລະ 2 ເດືອນຕົ້ນປີ ເສດຖະກິດມະຫາພາກສືບຕໍ່ສະຖຽນລະພາບ, ໄພເງິນເຟີ້ຢູ່ໃນລະດັບຕ່ຳສຸດ. ຕະຫລາດເງິນຕາ, ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິ, ອັດຕາດອກເບ້ຍສືບຕໍ່ຢູ່ໃນລະດັບຕ່ຳ. ເງິນລົງທຶນຂອງຕ່າງປະເທດຈົດທະບຽນເພີ່ມຂຶ້ນໃນ 2 ເດືອນແມ່ນເພີ່ມ 123,8 % ສະແດງໃຫ້ເຫັນຄວາມຕ້ອງການລົງທຶນ ແລະ ຄວາມຫວັງຂອງນັກລົງທຶນຕ່າງປະເທດສຳລັບການຟື້ນຟູ, ພັດທະນາເສດຖະກິດຂອງຫວຽດນາມ.

ກ່ຽວກັບວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19, ສືບຕໍ່ຜັນຂະຫຍາຍມະຕິ 128 ຂອງລັດຖະບານ ດ້ວຍຈິດໃຈຮັບມືປອດໄພ, ມີໄຫວພິບ, ຄວບຄຸມໂຄວິດ - 19 ຢ່າງມີປະສິດທິຜົນ. ມາຮອດປະຈຸບັນ ຫວຽດນາມ ໄດ້ຮັບວັກຊິນກວ່າ 218 ລ້ານໂດສ, ສັກໄດ້ 202 ລ້ານໂດສ, ຈຳນວນປະຊາຊົນໄດ້ຮັບການສັກວັກຊິນ ເຂັມ 1 ແມ່ນບັນລຸກວ່າ 98,6%, 2 ເຂັມ ບັນລຸ 93,1%.

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກວ່າ: ບັນດາຫນ້າທີ່, ມາດຕະການ ຄວນສຸມໃສ່

ໃນໄລຍະຈະມາເຖິງນັ້ນແມ່ນ: ບັນດາກະຊວງ, ຂະແຫນງ, ທ້ອງຖິ່ນ ຄວນຕິດຕາມ, ກຳແຫນ້ນສະພາບການ, ການຜັນແປຂອງໂລກ ແລະ ພາກພື້ນທີ່ມີສ່ວນກ່ຽວຂ້ອງເຖິງບັນດາຂົງເຂດ. ສືບຕໍ່ຄວບຄຸມໂລກລະບາດໃຫ້ມີປະສິດທິຜົນ ແລະ ປະຕິບັດຢ່າງເຂັ້ມງວດມາດຕະການປ້ອງກັນຕ້ານໂລກລະບາດຊື່ງໄດ້ສະຫລຸບແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ