ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້ບັນ​ດາ​ທ້ອງ​ຖິ່ນ, ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ ເປັນເອກະ​ພາບຕໍ່ມ​າດ​ຕະ​ການ​ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ພິຈາລະນາ, ປຶກສາຫາລືມາດຕະການປ້ອງກັນ, ຕ້ານໂລກລະບາດ, ໂດຍສະເພາະແມ່ນມາດຕະການທີ່ກ່ຽວຂ້ອງເຖິງດ້ານສາທາລະນະສຸກຄື ຢຸກຢາ, ວັກຊິນ; ວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ທ້ອງຖິ່ນ, ກະຊວງ, ຂະແໜງການຕ່າງໆ, ຕໍ່ຈາກນັ້ນ ມີມາດຕະການຊີ້ນຳ, ນຳພາເປັນເອກະພາບໃນທົ່ວປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້ບັນ​ດາ​ທ້ອງ​ຖິ່ນ, ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ ເປັນເອກະ​ພາບຕໍ່ມ​າດ​ຕະ​ການ​ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

   ຕອນເຊົ້າວັນທີ 5 ມີນາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຈັດກອງປະຊຸມຄັ້ງທີ 13 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ ແລະ ໄດ້ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ພິຈາລະນາ, ປຶກສາຫາລືມາດຕະການປ້ອງກັນ, ຕ້ານໂລກລະບາດ, ໂດຍສະເພາະແມ່ນມາດຕະການທີ່ກ່ຽວຂ້ອງເຖິງດ້ານສາທາລະນະສຸກຄື ຢຸກຢາ, ວັກຊິນ; ວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ທ້ອງຖິ່ນ, ກະຊວງ, ຂະແໜງການຕ່າງໆ, ຕໍ່ຈາກນັ້ນ ມີມາດຕະການຊີ້ນຳ, ນຳພາເປັນເອກະພາບໃນທົ່ວປະເທດ.

        “ພວກເຮົາດຳເນີນກອງປະຊຸມຄັ້ງທີ 13 ໃນຂອບເຂດທົ່ວປະເທດນີ້ ແມ່ນເພື່ອໃຫ້ພວກເຮົາຕີລາຄາຄືນສະພາບການໂລກລະບາດນັບແຕ່ກ່ອນມາຮອດປັດຈຸບັນ ມີຫຍັງໃໝ່, ຜັນແປ, ສັບສົນໃຈ ແລະ ພົ້ນເດັ່ນບໍ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ພາຍໃນປະເທດ ກໍຄື ສາກົນ, ບົນພື້ນນັ້ນ, ພວກເຮົາຈະວາງອອກມາດຕະການໃຫ້ແທດເໝາະກັບສະພາບການໃນໄລຍະຈະມາເຖິງ. ອາດເວົ້າໄດ້ວ່າ ພວກເຮົາຄວບຄຸມສະພາບການໃນທົ່ວປະເທດໄດ້ແລ້ວ. ເຖິງຢ່າງໃດກໍຕາມ,  2 3 ອາທິດມານີ້, ຍັງປະກົດມີຜູ້ຕິດເຊື້ອໃນຊຸມຊົນ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ບົນເນື້ອໃນຈິດໃຈນັ້ນ, ພວກເຮົາຕ້ອງເອົາໃຈໃສ່, ຍົກອອກມາດຕະການໃຫ້ເໝາະສົມກັບສະພາບການ.”

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆ ຈົ່ງສືບຕໍ່ປະຕິບັດບັ້ນສັກວັກຊິນກັນພະຍາດໂຄວິດ - 19 ລະດູບານໃໝ່ 2022 ໂດຍໄວ.

        ກ່ຽວກັບການທ່ອງທ່ຽວ, ສຳຫຼວດກວດກາຢ່າງຂ້ຽວຂາດ ແລະ ກະກຽມເປີດການເຄື່ອນໄຫວທ່ອງທ່ຽວໃນເງື່ອນໄຂປົກກະຕິໃໝ່ ແຕ່ວັນທີ 15 ມີນາ ເປັນຕົ້ນໄປ ບົນເນື້ອໃນຈິດໃຈ “ຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ”; ປະກາດວິທີເປີດປະຕູເຄື່ອນໄຫວການທ່ອງທ່ຽວຄືນໃໝ່ໂດຍໄວ, ຮັບປະກັນຄວາມປອດໄພ, ມີປະສິດທິຜົນ ແລະ ສ້າງຄວາມສະດວກແກ່ແຂກທ່ອງທ່ຽວ.

        ສືບຕໍ່ຍູ້ແຮງວຽກງານໂຄສະນາກ່ຽວກັບແຜນນະໂຍບາຍຂອງພັກ, ລັດ, ຄຳຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີໃນວຽກງານປ້ອງກັນ, ຕ້ານໂລກລະບາດ; ຍົກສູງສະຕິຕື່ນຕົວໃຫ້ປະຊາຊົນປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດ.


ຕອບກັບ

ຂ່າວ/ບົດ​ອື່ນ