ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ດ້ານນາ​ນະ​ໂຍ​ບາຍ​ກັບ​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ແຖວ​ໜ້າ ທີ່​ມາ​ຈາກ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ Harvard, Columbia, Yale

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຢ້ຽມຢາມ ອາເມລິກາຄັ້ງນີ້ ຂອງ ທ່ານ ເພື່ອແນໃສ່ຫັນຖະແຫຼງການຮ່ວມມືກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເປັນລະອຽດເພື່ອສັນຕິພາບ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ດ້ານນາ​ນະ​ໂຍ​ບາຍ​ກັບ​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ແຖວ​ໜ້າ ທີ່​ມາ​ຈາກ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ Harvard, Columbia, Yale - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມການໂອ້ລົມສົນທະນາ

ໃນຂອບເຂດການເຂົ້າຮ່ວມສັບປະດາຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ແລະ ມີບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ຕອນເຊົ້າວັນທີ 21 ກັນຍາ ຕາມເວລາທ້ອງຖິ່ນ,ຢູ່ນິວຢອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາດ້ານນະໂຍບາຍດ້ວຍຫົວຂໍ້ “ຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ ໃນສະພາບແວດລ້ອມເສດຖະກິດທົ່ວໂລກທີ່ມີການຜັນແປ” ກັບບັນດາສາດສະດາຈານ, ນັກຊ່ຽວຊານດ້ານເສດຖະກິດ, ນັກຄົ້ນຄ້ວາແຖວໜ້າທີ່ມາຈາກບັນດາມະຫາວິທະຍາໄລ Harvard, Columbia, Yale ຂອງ ອາເມລິກາ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຢ້ຽມຢາມ ອາເມລິກາຄັ້ງນີ້ ຂອງ ທ່ານ ເພື່ອແນໃສ່ຫັນຖະແຫຼງການຮ່ວມມືກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເປັນລະອຽດເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງລະຫວ່າງ ຫວຽດນາມ ແລະ ອາເມລິກາ ແລະ ແຜນການກະທຳຜັນຂະຫຍາຍປະຕິບັດ. ທ່ານໃຫ້ຮູ້ວ່າ:

ຕາມທັດສະນະຂອງຂ້າພະເຈົ້າແລ້ວ ແຫຼ່ງກຳລັງເລີ່ມມາຈາກຈິດຕະນາການ ແລະ ຄວາມຮັບຮູ້. ເມື່ອຈິນຕະນາການປ່ຽນແປງ, ຄວາມຮັບຮູ້ປ່ຽນແປງ ຈະສ້າງເປັນແຫຼ່ງກຳລັງຂຶ້ນ. ທີສອງແມ່ນກຳລັງໜູນເລີ່ມມາຈາກການ ນະວັດຕະກຳ, ເມື່ອມີການນະວັດຕະກຳ ຈະສ້າງອອກກຳລັງໜູນໃໝ່. ທີສາມແມ່ນກຳລັງແຮງຕ້ອງມາຈາກປະຊາຊົນ ແລະ ວິສາຫະກິດ. ດ້ວຍຈິນຕະນາການ ແລະ ວິທີການສຳຜັດຄືແນວນັ້ນ, ຫວຽດນາມ ຖືເປັນສຳຄັນການໂອ້ລົມສົນທະນາເພື່ອຮ່ຳຮຽນເຊິ່ງກັນແລະກັນ, ຍົກສູງຈິນຕະນາການ ຂອງຕົນຂຶ້ນ, ຮ່ວມມືກັນເພື່ອຍູ້ແຮງນະວັດຕະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ