ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 12 ໂຄງ​ການ​ທາງ​ດ່ວນ​ເໜືອ​ - ໃຕ້

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງ 12 ໂຄງການຍ່ອຍຂຶ້ນກັບໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025 (ໄລຍະທີ 2) ແລະ ປຸກລະດົມເດືອນແຂ່ງຂັນປ່ອຍເງິນລົງທຶນສາທາລະນະ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 12 ໂຄງ​ການ​ທາງ​ດ່ວນ​ເໜືອ​ - ໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 1 ມັງກອນ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງ 12 ໂຄງການຍ່ອຍຂຶ້ນກັບໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025 (ໄລຍະທີ 2) ແລະ ປຸກລະດົມເດືອນແຂ່ງຂັນປ່ອຍເງິນລົງທຶນສາທາລະນະ. ພິທີດັ່ງກ່າວໂດຍກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ສົມທົບກັບຄະນະກຳມະການ 9 ແຂວງຈັດຂຶ້ນ ຕາມຮູບການເຊິ່ງໜ້າສົມທົບກັບ ທາງໄກ.

ໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະທີ 2 ມີຄວາມຍາວ 729 ກິໂລແມັດ, ໄປຜ່ານ 12 ແຂວງ, ນະຄອນ ດ້ວຍເງິນລົງທຶນທັງໝົດເກືອບ 147.000 ຕື້ດົ່ງ. ໂຄງການດັ່ງກ່າວມີໂຄງການຍ່ອຍ 12 ໂຄງການເຄື່ອນໄຫວເປັນເອກະລາດ, ກໍ່ສ້າງສຳເລັດໂດຍພື້ນຖານໃນປີ 2025 ແລະ ນຳເຂົ້າໃຊ້ງານນັບແຕ່ປີ 2026 ເປັນຕົ້ນໄປ.                   

ຕອບກັບ

ຂ່າວ/ບົດ​ອື່ນ