ສື່ມວນຊົນ ອາເມລິກາລາຕິນ: ຫວຽດນາມເປີດປະຕູເຫຼັກກ້າ ໃນການພົວພັນການຄ້າກັບ ອາເມລິກາ
(VOVWORLD) - ຫວຽດນາມ ແລະ ອາເມລິກາ ຈະດຳເນີນການເຈລະຈາກ່ຽວກັບສັນຍາການຄ້າບົນຈິດໃຈຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ຄວາມເຄົາລົບນັບຖືເຊິ່ງກັນແລະກັນ, ມຸ່ງໄປເຖິງບັນດາມາດຕະການທີ່ເໝາະສົມເພື່ອພື້ນຖານການຄ້າທີ່ມີຄວາມຍຸຕິທຳ, ຍືນຍົງ.
ເວັບໄຊ ຂອງສຳນັກຂ່າວສານ Prensa Latina (ພາບ: Prensa Latina) |
ວັນທີ 11 ເມສາ, ສຳນັກຂ່າວສານ Prensa Latina ໄດ້ລົງບົດຂຽນໃນນັ້ນໃຫ້ຂໍ້ສັງເກດວ່າ ການຕັດສິນເລີ່ມຕົ້ນການເຈລະຈາກ່ຽວກັບສັນຍາການຄ້າ ລວມມີບັນຫາພາສີອາກອນ ໄດ້ເປີດປະຕູເຫຼັກກ້າ ໃນການພົວພັນເສດຖະກິດການຄ້າ ລະຫວ່າງ ຫວຽດນາມ ແລະ ອາເມລິກາ. ດ້ວຍຫົວຂໍ້ “ຫວຽດນາມ ເປີດປະຕູເຫຼັກກ້າໃນການພົວພັນການຄ້າກັບ ອາເມລິກາ”, ບົດຂຽນໄດ້ເນັ້ນໜັກວ່າ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານພິເສດຂອງ ຫວຽດນາມໄດ້ຊວນເຊື່ອຝ່າຍອາເມລິກາ ເຫັນດີເຈລະຈາກ່ຽວກັບສັນຍາການຄ້າສອງຝ່າຍ, Prensa Latina ໄດ້ຍົກອອກຢ່າງຈະແຈ້ງເລື່ອງ ຫວຽດນາມ ແລະ ອາເມລິກາ ເປັນເອກະພາບໃນການເຈລະຈາກ່ຽວກັບພາສີອາກອນ ຢ່າງເປັນທາງການ ແລະ ຢັ້ງຢືນວ່າ ນີ້ແມ່ນເສົາຄ້ຳສຳຄັນທີ່ສຸດຂອງຂໍ້ຕົກລົງນີ້. ໃນຊຸມວັນຈະມາເຖິງ, ລັດຖະບານ ຫວຽດນາມ ຈະພິຈາລະນາສ້າງກຸ່ມເຈລະຈາເຕັກນິກຂັ້ນລັດຖະມົນຕີ ເພື່ອຫັນບັນດາໝາກຜົນເຊິ່ງກຸ່ມປະຕິບັດງານພິເສດບັນລຸໄດ້ ເປັນລະອຽດ.
ສຳນັກຂ່າວສານ ກໍ່ເນັ້ນໜັກວ່າ ຫວຽດນາມ ແລະ ອາເມລິກາ ຈະດຳເນີນການເຈລະຈາກ່ຽວກັບສັນຍາການຄ້າບົນຈິດໃຈຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ຄວາມເຄົາລົບນັບຖືເຊິ່ງກັນແລະກັນ, ມຸ່ງໄປເຖິງບັນດາມາດຕະການທີ່ເໝາະສົມເພື່ອພື້ນຖານການຄ້າທີ່ມີຄວາມຍຸຕິທຳ, ຍືນຍົງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດສອງຝ່າຍ.