ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເຂົ້າຮ່ວມເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ປີ 2021

(VOVWORLD) - ປະຈຸບັນ ຫວຽດນາມ ມີ 64.000 ວິສາຫະກິດເຕັກໂນໂລຊີດີຈີຕອນ. ປີ 2021 ລາຍຮັບຂອງບັນດາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ບັນລຸ 135 ຕື້ USD ເຕີບໂຕເກືອບ 10%.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເຂົ້າຮ່ວມເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ປີ 2021 - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງເຂົ້າຮ່ວມເວທີປາໄສແຫ່ງຊາດ ແລະ ມອບລາງວັນໃຫ້ວິສາຫະກິດເຕັກໂນໂລຊີດີຈີຕອນດີເດັ່ນ. (ພາບ: TTXVN)

ຕອນບ່າຍວັນທີ 11 ທັນວາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ເຂົ້າຮ່ວມເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ຄັ້ງທີ 3 ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ ກຳລັງຫນູນ ຟື້ນຟູ ແລະ ພັດທະນາເສດຖະກິດດີຈີຕອນ”.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຢືນຢັນ: ຫັນເປັນດີຈີຕອນ ແມ່ນຄວາມຮຽກຮ້ອງພາວະວິໄສຂອງການພັດທະນາ. ເລື່ອງຫັນເປັນດີຈິຕອນແຫ່ງຊາດໄລຍະຜ່ານມາ ບັນລຸໄດ້ບາງໝາກຜົນເບື້ອງຕົ້ນທີ່ສຳຄັນ ເປັນຕົ້ນແມ່ນຄວາມສາມາດເປັນເຈົ້າພື້ນຖານດີຈີຕອນ. ເສດຖະກິດ ດີຈີຕອນ ຂອງຫວຽດນາມ ໄດ້ປະກອບສ່ວນນັບມື້ນັບຫລາຍເຂົ້າໃນ GDP ແຫ່ງຊາດ ແລະ ມຸ່ງໄປເຖິງເປົ້າໝາຍບັນລຸ 20% GDP ຂອງປີ 2025.

ທ່ານນາຍົກລັດຖະມົນຕີ ຊີ້ອອກ 6 ເນື້ອໃນຈຸດສຸມ ຄວນປະຕິບັດໃນໄລຍະຈະມາເຖິງ, ໃນນັ້ນ ມີການກໍ່ສ້າງ, ຍົກສູງຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນ,ການສ້າງສຳເລັດລະບອບລະບຽບການກ່ຽວກັບການເຫັນເປັນດີຈີຕອນ, ພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນ, ພັດທະນາແຫລ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງດີຈີຕອນ, ຂໍ້ມູນຂ່າວສານ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນ: ປີ 2022-2023 ການຫັນເປັນດີຈີຕອນ ຈະແມ່ນຈຸດສຸມໃນວິວັດການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໃຫ້ມີປະສິດທິຜົນ ແລະ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ.

ປະຈຸບັນ ຫວຽດນາມ ມີ 64.000 ວິສາຫະກິດເຕັກໂນໂລຊີດີຈີຕອນ. ປີ 2021 ລາຍຮັບຂອງບັນດາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ບັນລຸ 135 ຕື້ USD ເຕີບໂຕເກືອບ 10%.

ຕອບກັບ

ຂ່າວ/ບົດ​ອື່ນ